ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ

(VOVWORLD) -  ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ສົມທົບກັບບັນດາປະເທດປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງການປະຕິບັດບັນດາ SDGs ຮອດປີ 2030.
ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 19 ກໍລະກົດ, ຢູ່ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວຄຳເຫັນທີ່ວາລະປຶກສາຫາລືລວມເວທີປາໄສການເມືອງຂັ້ນສູງ ກ່ຽວກັບການພັດທະນາແບບຍືນຍົງຂອງສະພາເສດຖະກິດ - ສັງຄົມ ສປຊ (ECOSOC). ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຖືວ່າ ຕ້ອງຜັນຂະຫຍາຍບັນດາມາດຕະການຢ່າງແຮງ, ຮີບດ່ວນກ່ວາອີກ ດ້ວຍການເຂົ້າຮ່ວມຂອງຫຼາຍຝ່າຍທີ່ກ່ຽວຂ້ອງເພື່ອຍູ້ໄວການປະຕິບັດ ຈຶ່ງຈະສາມາດປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂອງໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ. ໃນ 7 ປີຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໂຄງການກະທຳແຫ່ງຊາດເພື່ອປະຕິບັດໂຄງການດຳເນີນງານ 2030 ແລະ ບັນດາ SDGs ກັບການເຂົ້າຮ່ວມຂອງທຸກພາກສ່ວນ ດ້ວຍຫຼັກການ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.

ບົນຜົນສຳເລັດໃນ 7 ປີຜ່ານມາ, ຫວຽດນາມໄດ້ສະເໜີບາງມາດຕະການເພື່ອຍູ້ໄວການປະຕິບັດ ບັນດາ SDGs ໃນໄລຍະເວລາ 5 ປີຕໍ່ໄປວ່າ: ບັນດາປະເທດຕ້ອງຮັກສາວິທີການສຳຜັດ ຖືປະຊາຊົນເປັນໃຈກາງ, ດ້ວຍການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ໃນການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ; ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສືບຕໍ່ຟື້ນຟູແບບຍືນຍົງພາຍຫຼັງພະຍາດໂຄວິດ - 19, ລະດົມ ແລະ ນຳໃຊ້ແຫຼ່ງກຳລັງດ້ານການເງິນໃຫ້ແກ່ການພັດທະນາແບບຍືນຍົງຢ່າງມີປະສິດທິຜົນ, ໃຫ້ບຸລິມະສິດ ລົງທຶນເຂົ້າແຫຼ່ງບຸກຄະລາກອນ, ວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່ ແລະ ພື້ນຖານໂຄງລ່າງ… ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ສົມທົບກັບບັນດາປະເທດປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງການປະຕິບັດບັນດາ SDGs ຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ