ຫວຽດນາມ ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນ, ຍົກສູງກຳລັງຄຸ້ມຄອງ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ

(VOVWORLD) -ໃນໄລຍະຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດເຖິງບັນດານັກລົງທຶນ, ສະພາບແວດລ້ອມແຫ່ງການລົງທຶນ, ເອົາໃຈໃສ່ເຖິງການປັບປຸງ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງປອດໄສ
ຫວຽດນາມ ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນ, ຍົກສູງກຳລັງຄຸ້ມຄອງ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ - ảnh 1(ທີ່ການໂອ້ລົມສົນທະນາ)

ຕອນບ່າຍວັນທີ 27 ກັນຍາ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ໄດ້ຈັດການໂອ້ລົມສົນທະນາແບບທາງໄກ ດ້ວຍຫົວຂໍ້ວ່າ “ໂຄວິດ-19 ແລະ FDI: ຜົນກະທົບ ແລະ ແງ່ຫວັງ”. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຖືວ່າ: ໃນໄລຍະຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດເຖິງບັນດານັກລົງທຶນ, ສະພາບແວດລ້ອມແຫ່ງການລົງທຶນ, ເອົາໃຈໃສ່ເຖິງການປັບປຸງ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງປອດໄສ, ສະເໝີພາບ, ໂປ່ງໄສ. ທ່ານນາຍົກລັດຖະມົນຕີໄດ້ຮັບຟັງບັນດາຂໍ້ສະເໜີແນະ, ພິຈາລະນາແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ ເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈລົງທຶນຢ່າງຍາວນານຢູ່ຫວຽດນາມ. ທ່ານນາງ ຫງວຽນທິບິກງອກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ຖືວ່າ:

        “ໂລກລະບາດໂຄວິດ-19 ນີ້ກໍ່ນຳມາເຊິ່ງກາລະໂອກາດ, ກໍແມ່ນໂອກາດເພື່ອໃຫ້ພວກເຮົາສ້າງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນເນີນທຸລະກິດເພື່ອຊຸກຍູ້, ປະຕິບັດລັດຖະບານເອເລັກໂຕນິກ, ສືບຕໍ່ໄປຕາມທິດສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ ໃຫ້ສົມບູນແບບ. ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ກວດກາຄືນເງື່ອນໄຂລົງທຶນດຳເນີນທຸລະກິດ ເພື່ອຍົກເລີກ ແລະ ດັດປັບບັນດາຂໍ້ກຳນົດທີ່ບໍ່ເໝາະສົມ ເພື່ອສ້າງເງື່ອນໄຂໃຫ້ແກ່ນັກລົງທຶນ, ວິສາຫະກິດໃຫ້ມີຄວາມສະດວກກວ່າໃນການສຳຜັດກັບຕະຫຼາດ”.

ຕອບກັບ

ຂ່າວ/ບົດ​ອື່ນ