ຫວຽດນາມ ສືບຕໍ່ຮ່ວມມືກັບ WIPO ໃນບັນຫາສິດຊັບສິນທາງປັນຍາ

(VOVWORLD) - ຫວຽດນາມ ຈະສືບຕໍ່ຮ່ວມມືກັບ WIPO ໃນຍຸດທະສາດພັດທະນາລະບົບນິເວດສິດຊັບສິນທາງປັນຍາທົ່ວໂລກກວມລວມ
ຫວຽດນາມ ສືບຕໍ່ຮ່ວມມືກັບ WIPO ໃນບັນຫາສິດຊັບສິນທາງປັນຍາ - ảnh 1 ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ: most.gov.vn)

        ແຕ່ວັນທີ 10 – 13 ກໍລະກົດ, ຄະນະຜູ້ແທນ ຫວຽດນາມ, ໂດຍທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫງວຽນຮ່ວາງຢາງ ເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 64 ສະມັດຊາໃຫຍ່ອົງການສັບຊິນ ທາງປັນຍາໂລກ (WIPO) ຢູ່ ເຊີແນວ, ປະເທດ ສະວິດ.

        ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບສິດຊັບສິນທາງປັນຍາ ແລະ ການພັດທະນາ ໃນວັນທີ 11 ກໍລະກົດ, ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຢາງ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ຮ່ວມມືກັບ WIPO ໃນຍຸດທະສາດພັດທະນາລະບົບນິເວດສິດຊັບສິນທາງປັນຍາທົ່ວໂລກກວມລວມ, ດຸ່ນດ່ຽງ ແລະ ບັນລຸປະສິດທິຜົນ, ອະນຸຍາດໃຫ້ການເຄື່ອນໄຫວດ້ານນະວັດຕະກຳເພື່ອຜົນປະໂຫຍດຂອງທຸກໆຄົນ.

        ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນ ຫວຽດນາມ ໄດ້ເຮັດວຽກກັບທ່ານ Daren Tang, ຜູ້ອຳນວຍການໃຫຍ່ WIPO. ຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງຢາງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່ເຖິງການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ໃນນັ້ນມີສິດຊັບສິນທາງປັນຍາແມ່ນປັດໃຈໜຶ່ງສຳຄັນ.

        ເນື່ອງໃນໂອກາດນີ້, ຄະນະປະຕິບັດງານໄດ້ມີບັນດາການເຄື່ອນໄຫວພົບປະ 2 ຝ່າຍກັບຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການອື່ນໆຢູ່ ເຊີແນວ ແລະ ຢ້ຽມຊົມບາງຮູບແບບການອາລັກຂາ ແລະ ຄຸ້ມຄອງການແນະນຳພູມມີປະເທດຢູ່ ສະວິດ.

ຕອບກັບ

ຂ່າວ/ບົດ​ອື່ນ