ຫວຽດ​ນາມ ສືບ​ຕໍ່​ເປັນ​ສະ​ມາ​ຊິກ​​ສະ​ມາ​ຄົມ​ອາ​ຊຽນ ທີ່​ມີ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​, ມີ​ຄວາມ​ຮັບ​ຜິດ​ຊອບ, ມີ​ໄຫວ​ພິບ ແລະ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ

(VOVWORLD) - ຫວຽດນາມໄດ້ປະກອບສ່ວນຢ່າງແທດຈິງໃຫ້ແກ່ຜົນສຳເລັດຕ່າງໆຂອງອາຊຽນ. ບັນດາທັດສະນະ, ຂໍ້ສະເໜີ, ຂໍ້ລິເລີ່ມຂອງ ຫວຽດນາມ ຕອບສະໜອງໄດ້ຕໍ່ກັບບັນຫາທີ່ແຕ່ລະປະເທດມີຄວາມສົນໃຈ ແລະ ນຳມາເຊິ່ງຜົນປະໂຫຍດລວມໃຫ້ບັນດາປະເທດ ແລະ ພາກພື້ນ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ບົດບາດການເປັນໃຈກາງຂອງອາຊຽນ.
ຫວຽດ​ນາມ ສືບ​ຕໍ່​ເປັນ​ສະ​ມາ​ຊິກ​​ສະ​ມາ​ຄົມ​ອາ​ຊຽນ ທີ່​ມີ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​, ມີ​ຄວາມ​ຮັບ​ຜິດ​ຊອບ, ມີ​ໄຫວ​ພິບ ແລະ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຮຸ່ງຫວຽດ ເປັນປະທານກອງປະຊຸມ (ພາບ:TTXVN)

ວັນທີ 27 ທັນວາ, ທີ່ຮ່າໂນ້ຍ, ທ່ານ ໂດ້ ຮຸ່ງ ຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານກອງປະຊຸມ ລະຫວ່າງຂະແໜງການເພື່ອສະຫຼຸບວຽກງານການຮ່ວມມືສະມາຄົມປະຊາຊາດແຫ່ງອາຊີຕາເວັນຕົກສຽງໃຕ້ (ອາຊຽນ), ການເຂົ້າຮ່ວມຂອງ ຫວຽດນາມ ໃນປີ 2023 ແລະທິດທາງ ປີ 2024. ຕາມທ່ານຮອງລັດຖະມົນຕີ ໂດ້ ຮຸ່ງ ຫວຽດ ແລ້ວ, ຫວຽດນາມໄດ້ປະກອບສ່ວນຢ່າງແທດຈິງໃຫ້ແກ່ຜົນສຳເລັດຕ່າງໆຂອງອາຊຽນ. ບັນດາທັດສະນະ, ຂໍ້ສະເໜີ, ຂໍ້ລິເລີ່ມຂອງ ຫວຽດນາມ ຕອບສະໜອງໄດ້ຕໍ່ກັບບັນຫາທີ່ແຕ່ລະປະເທດມີຄວາມສົນໃຈ ແລະ ນຳມາເຊິ່ງຜົນປະໂຫຍດລວມໃຫ້ບັນດາປະເທດ ແລະ ພາກພື້ນ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ບົດບາດການເປັນໃຈກາງຂອງອາຊຽນ, ເພີ່ມທະວີການຮ່ວມມື ແລະຮ່ວມສຳພັນພາກພື້ນ, ຢືນຢັນພາບພົດຂອງ ຫວຽດນາມ ທີ່ມີຄວາມປອງດອງສະຫງົບສຸກ ແລະມິດຕະພາບ, ສ້າງສັນ ແລະ ມີຄວາມຮັບຜິດຊອບ, ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອວຽກງານຂອງສ່ວນລວມ.

       ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຍົກບັນດາກຸ່ມມາດຕະການແກ້ໄຂ, ການກຳນົດທິດທາງ, ບູລິມະສິດ, ຈຸມສຸມ ຂອງຫວຽດນາມ ເຂົ້າຮ່ວມກັບສະມາຄົມອາຊຽນໃນປີຕໍ່ໜ້າ; ເຫັນດີເປັນເອກະພາບຈະສືບຕໍ່ເສີມຂະຫຍາຍຈິດໃຈຄວາມເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ໃນການຮ່ວມມືກັບອາຊຽນ, ປະສານສົມທົບ ແລະ ໜູນຊ່ວຍສະໜັບສະໜູນປະເທດລາວ ໃນການເປັນປະທານອາຊຽນ ປີ 2024 ດ້ວຍຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ປະກອບສ່ວນສ້າງບັນດາຍຸດທະສາດຜັນຂະຫຍາຍວິໄສທັດຂອງປະຊາຄົມອາຊຽນເຖິງປີ 2045, ປະກອບສ່ວນປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດການເປັນໃຈກາງຂອງອາຊຽນ, ສືບຕໍ່ປະສານສົມທົບກັນ, ຊຸກຍູ້ບັນດາບັນຫາທີ່ ຫວຽດນາມ ໃຫ້ບູລິມະສິດ ແລະ ຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ