ຫວຽດນາມ - ສະມາຊິກຕັ້ງໜ້າ ແລະ ມີແງ່ຫວັງດີ ຂອງ OECD

ຫວຽດນາມ - ສະມາຊິກຕັ້ງໜ້າ ແລະ ມີແງ່ຫວັງດີ ຂອງ OECD - ảnh 1
ທ່ານຮອງລັດຖະມົນຕີ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ

(vovworld) – ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ຝຣັ່ງ​ ໃຫ້​ຂ່າວ​ວ່າ: ​ໃນ​ລະ​ຫວ່າງ​ວັນ​ທີ 28/2 ຫາ 1/3, ຢູ່​ສຳນັກງານ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (ຫຼື OECD) ທີ່​ປາຣີ, ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ  50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສູນ​ພັດທະນາ​ຂອງ OECD. ຫວຽດນາມ​​ໄດ້ກາຍ​ເປັນ​ສະມາຊິກ​ຂອງ​ສູນ​ດັ່ງກ່າວ​ແຕ່​ເດືອນ 3/2008 ​ແລະ ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຕ່າງໆ​ກັບ​ສູນ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈຄື: ຄົ້ນ​ຄ້ວາ​ນະ​ໂຍບາຍ​ພັດທະນາ, ຍົກ​ສູງ​ປະສິດທິ​ຜົນ​ການ​ໜູນ​ຊ່ວຍ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ​ໃນ 2 ປີ, 2010 ​ແລະ 2011 ຫວຽດນາມ ​ໄດ້​ມີ​ການ​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສູນ​ດັ່ງກ່າວໃນ​ການພິມຈຳໜ່າຍ​ບັດ​ດາບົດ​ລາຍ​ງານ ​ແງ່​ຫວັງ​ເສດຖະກິດ ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ສະບັບທຳ​ອິດ​ຂອງ OECD. ທ່ານ Mario Pezzini, ຜູ້ອຳນວຍການ​ສູນ OECD ຮັບ​ຮູ້​ວ່າ:

“ຫວຽດນາມ​ ​ແມ່ນ​ປະ​ເທດ​ພັດທະນາຢ່າງ​ກ້າວ​ກະ​ໂດດ, ພວມ​ສືບ​ຕໍ​ມີ​ການ​ເຕີບ​ໂຕ, ພັດທະນາ​ທາງ​ດ້ານ​ເສດຖະກິດ, ສັງຄົມ​ເປັນ​ຢ່າງ​ດີ, ສາມາດ​ຊ່ວຍ​​ແນະນຳ​ບົດຮຽນ​ຕ່າງ​ໆເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານ​ຄື​ປະຈຸ​ບັນ​ໃຫ້​ບັນດາ​ປະ​ເທດ, ດັ່ງ​ນັ້ນ​, ກ່ອນ​ອື່ນ​ໝົດ OECD  ອາດ​ຈະ​ສ້າງ​ຂອບ​ເຂດ​ໜຶ່ງ ​ເພື່ອ​ໃຫ້​ຫວຽດນາມ​ສາມາດ​​ແນະນຳບົດຮຽນ​ຂອງ​ຕົນ ກັບ​ບັນດາ​ປະ​ເທດ​ອື່ນ ​ແລະ ສ້າງ​ເງື່ອນ​ໄຂໜູນ​ຊ່ວຍ​ບັນດາ​ປະ​ເທດ​ອື່ນ​ຖອດ​ຖອນ​ບົດຮຽນ​ຈາກຫວຽດນາມ”

ຄະນະຜູ້​ແທນ​ຫວຽດນາມ ​ໂດ​ຍທ່ານ ​ເຢືອງຈີ​ຢູງ, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ຝຣັ່ງ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສູນ​ພັດທະນາ ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​​ເມື່ອ​ວັນ​ທີ 1/3. ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້, ຫວຽດນາມ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ຮ່າງ​ຍຸດ​ທະ​ສາດພັດທະນາ​ຂອງ OECD ເຊິ່ງຄາດ​ວ່າ​ຈະ​ຮັບຮອງ​ເອົາ​ທີ່​ເວທີ​ປາ​ໄສ​ພັດທະນາ​ຂອງ OECD ​ໃນ​ເດືອນ 5/2012. ຈຸດໝາຍ​ຂອງ​ຍຸດ​ທະ​ສາດ​ແມ່ນ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ​ວາງ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ໃນ​ໂລກ​ແບບ​ຍືນ​ຍົງ​ໃນ​ສະຕະວັດ​ທີ 21 ​ແລະ ປະກອບສ່ວນ​ປະຕິບັດ​ບັນດາ​​ເປົ້າໝາຍ​ສະຫັດ​ສະຫ​ວັດ.

ຂ່າວ/ບົດ​ອື່ນ