ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ: ຮ່ວມມີ​ວິ​ໄສ​ທັດ​ ​ກ່ຽວ​ກັບ​​ການພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ

(VOVWORLD) -ໃນຂົງເຂດການຄ້າ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດຄວນຕັ້ງໜ້າແລກປ່ຽນ, ສະເໜີແນະບັນດາມາດຕະການເພື່ອແກ້ໄຂບັນດາຮົ້ວກີດຂວາງປອດພາສີ, ເພື່ອແນໃສ່ປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ ໃຫ້ມີປະສິດທິຜົນ. 
ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ: ຮ່ວມມີ​ວິ​ໄສ​ທັດ​ ​ກ່ຽວ​ກັບ​​ການພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ  (ພາບ: VGP)

ຕອນບ່າຍວັນທີ 11 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko (ໂດຍເປັນປະທານຮ່ວມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ແລະ ວິທະຍາສາດ - ເຕັກນິກ) ໄດ້ມີການເຮັດວຽກທາງອອນລາຍເພື່ອແນໃສ່ກວດກາຄືນໃໝ່, ຊອກຫາມາດຕະການຊຸກຍູ້ການຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ ນັບແຕ່ພາຍຫຼັງ ກອງປະຊຸມຄັ້ງທີ 22 ຂອງ ຄະນະກຳມະການ.

ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).

ໃນຂົງເຂດການຄ້າ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດຄວນຕັ້ງໜ້າແລກປ່ຽນ, ສະເໜີແນະບັນດາມາດຕະການເພື່ອແກ້ໄຂບັນດາຮົ້ວກີດຂວາງປອດພາສີ, ເພື່ອແນໃສ່ປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ ໃຫ້ມີປະສິດທິຜົນ. ເມື່ອສິ້ນສຸດ ການເຮັດວຽກ, ຮອງນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບມອບໃຫ້ຄະນະກຳມະການສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮີບດ່ວນຜັນຂະຫຍາຍບັນດາຄຳຊີ້ນຳຂອງກອງປະຊຸມຄັ້ງນີ້, ເພື່ອແນໃສ່ຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງຝ່າຍໃຫ້ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ