ຫວຽດນາມ ສະເໜີ IAEA ສືບຕໍ່ໜູນຊ່ວຍສ້າງນະໂຍບາຍ, ບຳລຸງສ້າງແຫຼ່ງຊັບພະຍາກອນດ້ານພະລັງງານປະລະມະນູນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາໃຫ້ IAEA ສືບຕໍ່ຮ່ວມມືກັບ ຫວຽດນາມ, ເປັນຕົ້ນແມ່ນການສ້າງນະໂຍບາຍ, ບຳລຸງສ້າງແຫຼ່ງຊັບພະຍາກອນ ໃຫ້ຂົງເຂດພະລັງງານປະລະມະນູນ.
ຫວຽດນາມ ສະເໜີ IAEA ສືບຕໍ່ໜູນຊ່ວຍສ້າງນະໂຍບາຍ, ບຳລຸງສ້າງແຫຼ່ງຊັບພະຍາກອນດ້ານພະລັງງານປະລະມະນູນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈີນລິວກວາງ ຕ້ອນຮັບ ທ່ານ Hua Liu, ຮອງອຳນວຍການໃຫ່ຍ IAEA
(ພາບ: VGP)

        ຕອນບ່າຍວັນທີ 21 ມີນາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ໄດ້ຕ້ອນຮັບ ທ່ານ Hua Liu, ຮອງອຳນວຍການໃຫ່ຍ ອົງການພະລັງງານປະລະມະນູນສາກົນ (IAEA) ທີ່ພວມຢ້ຽມຢາມ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາໃຫ້ IAEA ສືບຕໍ່ຮ່ວມມືກັບ ຫວຽດນາມ, ເປັນຕົ້ນແມ່ນການສ້າງນະໂຍບາຍ, ບຳລຸງສ້າງແຫຼ່ງຊັບພະຍາກອນ ໃຫ້ຂົງເຂດພະລັງງານປະລະມະນູນ. ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດພັນທະ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບ ຕໍ່ກັບບັນດາສົນທິສັນຍາສາກົນທີ່ ຫວຽດນາມ ເປັນສະມາຊິກ, ພິເສດກ່ຽວພັນເຖິງ ການຄວບຄຸມດ້ານຄວາມປອດໄພ, ຄວາມສະຫງົບ, ຕ້ານການຊື້ຂາຍ, ເຄື່ອນຍ້າຍສານກຳມັນຕະພາບລັງສີ, ອຸປະກອນນິວເຄຼຍ ແບບຜິດກົດໝາຍ, ຕ້ານການເຜີຍແຜ່ອາວຸດນິວເຄຼຍ, ຜ່ານນັ້ນກໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງ IAEA ແນໃສ່ແກ້ໄຂບັນດາບັນຫາ ທີ່ປະຊາຄົມສາກົນໃຫ້ຄວາມສົນໃຈ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີນິວເຄຼຍ ໃນຈຸດປະສົງເພື່ອສັນຕິພາບ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນບົດບາດເປັນໃຈກາງ, ນຳພາຂອງ IAEA ໃນການກຳນົດບັນດາມາດຕະຖານ ແລະ ຂອບເຂດຄວາມປອດໄພ, ຄວາມສະຫງົບກ່ຽວກັບນິວເຄຼຍ, ພິເສດແມ່ນຕໍ່ກັບເຕັກໂນໂລຊີໃໝ່ໆຫາກໍ່ພົ້ນເດັ່ນດ້ານນິວເຄຼຍ.

ສ່ວນທ່ານ Hua Liu, ຮອງອຳນວຍການໃຫ່ຍ IAEA ໃຫ້ຮູ້ວ່າ IAEA ຈະສືບຕໍ່ຮ່ວມມືກັບ ຫວຽດນາມ, ເປັນຕົ້ນແມ່ນໃນການຊ່ວຍໜູນທາງດ້ານເຕັກນິກ, ບຳລຸງສ້າງຍົກສູງທັກສະຄວາມສາມາດ, ພື້ນຖານປັບປຸງໂຄງລ່າງ, ກຳນົດລະບຽບການ, ມາດຕະຖານຮັບປະກັນຄວາມປອດໄພ, ຄວາມສະຫງົບດ້ານພະລັງງານນິວເຄຼຍ ໃຫ້ຄົບຖ້ວນ, ຊຸກຍູ້ການນຳໃຊ້ເຕັກນິກພະລັງງານນິວເຄຼຍ ໃນການພັດທະນາດ້ານກະສິກຳອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ