ຫວຽດ​ນາມ ສະ​ເໜີ ກຸ່ມ​ບໍ​ລິ​ຫານ​ທົ່ວ​ໂລກ (3G) ແລະ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາ​ກໍ່​ພົ້ນ​ເດັ່ນ (G20) ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) - ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ສະເໜີບັນດາຂົງເຂດຮ່ວມມືຈຸດສຸມຂອງກຸ່ມບໍລິຫານທົ່ວໂລກ (3G) ແລະ ກຸ່ມບັນດາພື້ນຖານເສດຖະກິດໃຫຍ່ (G20) ໃນໄລຍະຈະມາເຖິງ. 
ຫວຽດ​ນາມ ສະ​ເໜີ ກຸ່ມ​ບໍ​ລິ​ຫານ​ທົ່ວ​ໂລກ (3G) ແລະ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາ​ກໍ່​ພົ້ນ​ເດັ່ນ (G20) ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ (ພາບ: baochinhphu.vn)

ວັນທີ 20 ກັນຍາ, ຢູ່ນະຄອນ ນິວຢອກ (ອາເມລິກາ), ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກຸ່ມບໍລິຫານທົ່ວໂລກ (3G) ປີ 2023 ໄດ້ຈັດຂຶ້ນຢູ່ນອກສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ສະເໜີບັນດາຂົງເຂດຮ່ວມມືຈຸດສຸມຂອງກຸ່ມບໍລິຫານທົ່ວໂລກ (3G) ແລະ ກຸ່ມບັນດາພື້ນຖານເສດຖະກິດໃຫຍ່ (G20) ໃນໄລຍະຈະມາເຖິງ. ລະອຽດແມ່ນ: ໝູນໃຊ້ບັນດາກຳລັງໜູນເຕີບໂຕໃໝ່ຄື ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຜັນປ່ຽນພະລັງງານ. ເອົາໃຈໃສ່ພັດທະນາກະສິກຳແບບຍືນຍົງ ເພື່ອຄ້ຳປະກັນດ້ານສະບຽງອາຫານທົ່ວໂລກ. ທ່ານສະເໜີໃຫ້ກຸ່ມບໍລິຫານທົ່ວໂລກ (3G) ສືບຕໍ່ຮັບປະກັນລັກສະນະກວມລວມໃນບັນດາວິວັດທະນາການຫຼາຍຝ່າຍ, ເສີມຂະຫຍາຍບົດບາດຂອງ ອາຊຽນ ແລະ ເພີ່ມທະວີການຕິດພັນກັບໂຄງການດຳເນີນງານຂອງ G20.

ຕອບກັບ

ຂ່າວ/ບົດ​ອື່ນ