ຫວຽດນາມ ສະເໜີໃຫ້ ອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວ

(VOVWORLD) - 3 ປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ບໍ່ພຽງແຕ່ແມ່ນຕະຫຼາດທ່ອງທ່ຽວທີ່ເປັນມູນເຊື້ອ, ຈຸດສຸມຂອງບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງນອນໃນກຸ່ມ 5 ຕະຫຼາດມີແຂກທ່ອງທ່ຽວແຖວໜ້າຢູ່ ຫວຽດນາມ ໃນປີ 2023 ອີກດ້ວຍ.
ຫວຽດນາມ ສະເໜີໃຫ້ ອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວ - ảnh 1ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ
(ພາບ: ສູນການຂ່າວ)

        ໃນຂອບເຂດເວທີປາໄສທ່ອງທ່ຽວ ອາຊຽນ (ATF) 2024, ພວມຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ໃນຕອນເຊົ້າວັນທີ 26 ມັງກອນ. ປະເທດເຈົ້າພາບ ລາວ ແລະ ຈີນ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 23.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ເນັ້ນໜັກວ່າ, 3 ປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ບໍ່ພຽງແຕ່ແມ່ນຕະຫຼາດທ່ອງທ່ຽວທີ່ເປັນມູນເຊື້ອ, ຈຸດສຸມຂອງບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງນອນໃນກຸ່ມ 5 ຕະຫຼາດມີແຂກທ່ອງທ່ຽວແຖວໜ້າຢູ່ ຫວຽດນາມ ໃນປີ 2023 ອີກດ້ວຍ.

        ທ່ານລັດຖະມົນຕີສະເໜີໃຫ້ບັນດາປະເທດ ອາຊຽນ ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍບັນດາສູນ ອາຊຽນ ປະຈຳ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນການເຄື່ອນໄຫວໂຄສະນາ. ສົມທົບກັບການເຂົ້າຮ່ວມບັນດາງານວາງສະແດງ, ງານຕະຫຼາດນັດຢູ່ 3 ປະເທດຄູ່ຮ່ວມມື ແລະ ປະກອບສ່ວນໃຫ້ແກ່ຮ້ານວາງສະແດງສິນຄ້າລວມຂອງການທ່ອງທ່ຽວ ອາຊຽນ ໃຫ້ມີຊີວິດຊີວາກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ