ຫວຽດນາມ ສະແດງໃຫ້ເຫັນຄຳໝັ້ນສັນຍາແລະໜ້າທີ່ຄວາມຮັບຜິດຊອບກ່ຽວກັບການຮ່ວມມືສາກົນໃນບັນຫາອົບພະຍົບ

(VOVWORLD) -ບັນດາຜູ້ແທນໄດ້ເຫັນດີຜັນຂະຫຍາຍ GCM - ເຊິ່ງແມ່ນຂໍ້ຕົກລົງລະຫວ່າງລັດຖະບານສະບັບທຳອິດກ່ຽວກັບບັນຫາອົບພະຍົບ ຊ່ວຍສ້າງຂອບເຂດການຮ່ວມມືທົ່ວໂລກເພື່ອແນໃສ່ຄຸມຄອງບັນຫາອົບພະຍົບຢ່າງມີປະສິດທິຜົນ.

ຫວຽດນາມ ສະແດງໃຫ້ເຫັນຄຳໝັ້ນສັນຍາແລະໜ້າທີ່ຄວາມຮັບຜິດຊອບກ່ຽວກັບການຮ່ວມມືສາກົນໃນບັນຫາອົບພະຍົບ - ảnh 1

  ທ່ານນາງ Park Mi Hyung, ຫົວໜ້າຄະນະຜູ້ຕາງໜ້າອົງການອົບພະຍົບສາກົນປະຈຳຫວຽດນາມ

(ພາບ: baoquocte.vn)

ແຜນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບບັນຫາອົບພະຍົບຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ (GCM) ແມ່ນບາດກ້າວເດີນຢ່າງແຂງແຮງຂອງຫວຽດນາມ ໃນການຮ່ວມມືກັບສາກົນກ່ຽວກັບບັນຫາອົບພະຍົບ, ສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະ ໜ້າທີ່ຄວາມຮັບຜິດຊອບໃນການຮັກສາ, ປັບປຸງສະພາບແວດລ້ອມໃນບັນຫາອົບພະຍົບຢ່າງຈະແຈ້ງ, ປອດໄພ ເພື່ອການພັດທະນາແບບຍືນຍົງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ທີ່ກອງປະຊຸມຜັນຂະຫຍາຍຂໍ້ຕົກລົງ GCM ເຊິ່ງດຳເນີນໃນຕອນເຊົ້າວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ. ກອງປະຊຸມໂດຍກະຊວງການຕ່າງປະເທດຫວຽດນາມ ແລະ ອົງການພົບປະອົບສາກົນ (IOM) ຈັດຕັ້ງ.

        ທີ່ກອງປະຊຸມ, ບັນດາຜູ້ແທນລ້ວນແຕ່ຖືວ່າ, ໂລກລະບາດໂຄວິດ-19 ມີການຜັນແປໄປຢ່າງສັບສົນ ພວມວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ບັນດາປະເທດໃນໂລກ ໃນການຄວບຄຸມບັນຫາອົບພະຍົບ. ໃນສະພາບການນັ້ນ, ບັນດາຜູ້ແທນໄດ້ເຫັນດີຜັນຂະຫຍາຍ GCM - ເຊິ່ງແມ່ນຂໍ້ຕົກລົງລະຫວ່າງລັດຖະບານສະບັບທຳອິດກ່ຽວກັບບັນຫາອົບພະຍົບ ຊ່ວຍສ້າງຂອບເຂດການຮ່ວມມືທົ່ວໂລກເພື່ອແນໃສ່ຄຸມຄອງບັນຫາອົບພະຍົບຢ່າງມີປະສິດທິຜົນ. ທ່ານນາງ Park Mi Hyung, ຫົວໜ້າຄະນະຜູ້ຕາງໜ້າອົງການອົບພະຍົບສາກົນປະຈຳຫວຽດນາມ, ໄດ້ຕີລາຄາວ່າ.

        “ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນການປົກປ້ອງ ແລະ ຫັນບັນດາສິດຂອງຊາວອົບພະຍົບໃຫ້ຖືກຕ້ອງໃນກົດໝາຍຂອງຕົນ, ກໍຄືໃນຂອບເຂດພາກພື້ນ. ຫວຽດນາມ ໄດ້ຕັ້ງໜ້າໃນການພັດທະນາຂໍ້ຕົກລົງ GCM ແລະ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງສູງໃນການຊຸກຍູ້ຄວາມຮັບຮູ້ລວມ, ໜ້າທີ່ຄວາມຮັບຜິດຊອບລວມ ແລະ ຈຸດປະສົງລວມກຽວກັບບັນຫາອົບພະຍົບ, ຮັບໃຊ້ຜົນປະໂຫຍດຂອງທຸກໆຄົນ”.

ຕອບກັບ

ຂ່າວ/ບົດ​ອື່ນ