ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຂອງ ການ​ນຳ APEC ກ່ຽວ​ກັບ​ວິ​ໄສ​ທັດ​ຫຼັງ​ປີ 2020

(VOVWORLD) -   ໃນຂອບເຂດສັບປະດາສຸດຍອດ ຄັ້ງທີ 27 ຂອງ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ຕອນຄ່ຳວັນທີ 16 ພະຈິກ, ກອງປະຊຸມລະຫວ່າງລັດຖະມົນຕີ ການຕ່າງປະເທດ ແລະ ເສດຖະກິດ APEC ຄັ້ງທີ 31 ໄດ້ດຳເນີນຕາມຮູບການທາງອອນລາຍພາຍໃຕ້ການເປັນປະທານຂອງທ່ານ Datuk Seri Mohamed Azmin Ali ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມາເລເຊຍ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຂອງ ການ​ນຳ APEC ກ່ຽວ​ກັບ​ວິ​ໄສ​ທັດ​ຫຼັງ​ປີ 2020 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງກ່າວຄຳເຫັນທີ່ກອງປະຊຸມ (ພາບ: Baoquocte.vn) 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງເວທີປາໄສການຮ່ວມມືເສດຖະກິດ ທີ່ມີຂອບຂະໜາດໃຫຍ່ຂອງ APEC ໃນການຮ່ວມສຳພັນເສດຖະກິດໃນພາກພື້ນ. ດັ່ງນັ້ນ, ບັນດາພື້ນຖານເສດຖະກິດ ສະມາຊິກຕ້ອງຊຸກຍູ້ຈິດໃຈສາມັກຄີ ແລະ ການຮ່ວມມືເພື່ອນຳໜ້າໃນຄວາມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19, ຮັກສາທ່າຮ່ວມມື ແລະ ການຮ່ວມສຳພັນເສດຖະກິດໃນພາກພື້ນ.  ທ່ານ ຟ້າມບິ່ງມິງຊີ້ແຈ້ງວ່າ:

ຫວຽດນາມໃຫ້ການສະໜັບສະໜູນການຮັບຮອງເອົາຖະແຫຼງການຂອງການນຳບັນດາພື້ນຖານເສດຖະກິດ ສະມາຊິກ APEC ກ່ຽວກັບວິໄສທັດ APEC ຫຼັງ ປີ 2020 ເພື່ອແນໃສ່ວາງອອກບັນດາກຳນົດທິດຍຸດທະສາດ ໄລຍະຍາວໃຫ້ແກ່ການຮ່ວມມື APEC ໃນສະພາບການໂລກ ແລະ ພາກພື້ນ ພວມມີການປ່ຽນແປງຢ່າງໄວວາ ແລະ ເລິກເຊິ່ງ.

ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ຢັ້ງຢືນຄວາມຕັດສິນໃຈຂອງ 21  ປະເທດສະມາຊິກ APEC  ຈະສືບຕໍ່ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊີ - ປາຊີຟິກ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ ແລະ ຮັກສາບົດບາດຂອງ APEC ເຊິ່ງແມ່ນກົນໄກການຮ່ວມມືເສດຖະກິດແຖວໜ້າໃນພາກພື້ນໃນຊຸມທົດສະວັດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ