ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການຫຼຸດກຳ​ລັງ​ທັບໃນ​ໂລກ

(VOVWORLD) - ວັນທີ 5 ມີນາ, ທ່ານ ຟ້າມກວາງຮ້ຽວ - ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນວາລະປະຊຸມຄົບຄະນະ ຂອງກອງປະຊຸມຫຼຸດກຳລັງທັບ (CD) ຢູ່ສຳນັກງານ ສປຊ ຢູ່ເຊີແນວ ປະເທດສະວິດ. ການເຄື່ອນໄຫວນີ້ ໄດ້ດຳເນີນຢູ່ນອກຂອບເຂດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຂອງ ສະພາສິດທິມະນຸດ ແຫ່ງ ສປຊ ໃນຂອບເຂດການເດີນທາງປະຕິບັດງານຂອງຜູ້ຊ່ວຍວຽກລັດຖະມົນຕີ ຢູ່ເຊີແນວ ໃນແຕ່ວັນທີ 4 – 6 ມີນາ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການຫຼຸດກຳ​ລັງ​ທັບໃນ​ໂລກ - ảnh 1 ວາລະປະຊຸມຄົບຄະນະ ຂອງກອງປະຊຸມຫຼຸດກຳລັງທັບ (ພາບ: TTXVN)

ເປີດສາກວາລະປະຊຸມຄົບຄະນະ, ທ່ານຟ້າມກວາງຮ້ຽວ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນຄວາມມານະພະຍາຍາມທຸກຢ່າງເພື່ອແນໃສ່ຫຼຸດຜ່ອນອາວຸດລ້າງຜານ ຢ່າງຮອບດ້ານ ແລະ ເຖິງຖອງ, ພິເສດແມ່ນ ອາວຸດນິວເຄຼຍ; ທ່ານໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນສະມາຊິກຂອງບັນດາສົນທິສັນຍາຫຼັກແຫຼ່ງທຸກໆສະບັບ ວ່າດ້ວຍການຫຼຸດຜ່ອນກຳລັງທັບ, ທ່ານໄດ້ນຳສະເໜີຂໍ້ລິເລີ່ມຫຼາຍຂໍ້ ແລະ ການປະກອບສ່ວນຢ່າງຕັ້ງໜ້າເພື່ອຊຸກຍູ້ການເຄື່ອນໄຫວຂອງ CD, ພິເສດໃນອາຍຸການຫວຽດນາມ ເປັນປະທານ CD ໃນປີ 2019. ທ່ານຍັງຢືນຢັນວ່າ ດ້ວຍບົດບາດເປັນປະທານຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ເປັນປະທານອາຊຽນໃນປີ 2020, ຫວຽດນາມ ຈະໃຫ້ບຸລິມະສິດຢ່າງສູງ ແກ່ບັນຫາຫຼຸດຜ່ອນກຳລັງທັບ ແລະ ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດສະມາຊິກ CD ແລະ ບັນດາຄູ່ຮ່ວມມື ເພື່ອສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ