ຫວຽດນາມ ສະໜັບສະໜູນບົດບາດໃຈກາງຂອງສະຫະປະຊາຊາດ ໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ

(VOVWORLD) -ທ່ານປະທານປະເທດ ຂອບໃຈຕໍ່ການຮ່ວມເດີນທາງ ແລະ ການໜູນຊ່ວຍຂອງສະຫະປະຊາຊາດທີ່ມີຕໍ່ພາລະກິດແຫ່ງການພັດທະນາຂອງ ຫວຽດນາມ ໃນໄລຍະ 45 ປີຜ່ານມາ
ຫວຽດນາມ ສະໜັບສະໜູນບົດບາດໃຈກາງຂອງສະຫະປະຊາຊາດ ໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ - ảnh 1(ພາບປະກອບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ (20 ກັນຍາ 1977 – 20 ກັນຍາ 2022), ວັນທີ 20 ກັນຍາ 2022, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres. ໃນໂທລະເລກ, ທ່ານປະທານປະເທດ ຂອບໃຈຕໍ່ການຮ່ວມເດີນທາງ ແລະ ການໜູນຊ່ວຍຂອງສະຫະປະຊາຊາດທີ່ມີຕໍ່ພາລະກິດແຫ່ງການພັດທະນາຂອງ ຫວຽດນາມ ໃນໄລຍະ 45 ປີຜ່ານມາ ແລະ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງຂອງສະຫະປະຊາຊາດ ໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ພ້ອມທັງຢືນຢັນວ່າ  ຫວຽດນາມ ຈະສືບຕໍ່ຮ່ວມກັບສະຫະປະຊາຊາດ ຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຫຼາຍກວ່າເກົ່າ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນໂລກ ແລະ ຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ