ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ເພື່ອ​ຊຸກ​ຍູ້​ການ​​ປະ​ຕິ​ບັດ JCPOA ຄືນ​ໃໝ່

(VOVWORLD) -ວັນທີ 30 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດມະຕິເລກທີ 2231, ມະຕິສະໜັບສະໜູນການຜັນຂະຫຍາຍຂໍ້ຕົກລົງ ແລະ ແຜນການເຄື່ອນໄຫວຮ່ວມຮອບດ້ານໃນປີ 2015, ເອີ້ນຫຍໍ້ວ່າ JCPOA.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ເພື່ອ​ຊຸກ​ຍູ້​ການ​​ປະ​ຕິ​ບັດ JCPOA ຄືນ​ໃໝ່ - ảnh 1ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນມີອາວຸດນິວເຄຼຍ.  ຜູ້ຕາງໜ້າ ຫວຽດນາມ ຢ້ຳຄືນຄວາມສະໜັບສະໜູນຕໍ່ມະຕິເລກທີ 2231 ແລະ JCPOA, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດບັນດາມະຕິ ແລະ ຂໍ້ຕົກລົງນີ້ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຄວາມອົດກັ້ນ, ຫຼີກລ້ຽງບັນດາການກະທຳທີ່ກໍ່ຄວາມເສຍຫາຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄັ່ງຕຶງປີນຂັ້ນໄດ, ສຸມໃສ່ເຂົ້າໃນການໂອ້ລົມເຈລະຈາ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມໃນການສ້າງສະພາບແວດລ້ອມແຫ່ງການໂອ້ລົມເຈລະຈາ, ຮ່ວມມືທັງຢູ່ພາຍໃນ ແລະ ນອກ ສະພາຄວາມໝັ້ນຄົງ ສປຊ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນ ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ