ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ວັດ​​ທະ​ນາການ​ສັນ​ຕິ​ພາບ ໂດຍ ຊາວ ອາບ​ກາ​ນິດ​ສະ​ຖານ ນຳ​ພາ ແລະ ເປັ​ນ​ເຈົ້າ​

(VOVWORLD) -ວັນທີ 23 ມີນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາບການິດສະຖານ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານໜູນຊ່ວຍ ຂອງ ສປຊ ປະຈຳປະເທດນີ້ (UNAMA). 
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ວັດ​​ທະ​ນາການ​ສັນ​ຕິ​ພາບ ໂດຍ ຊາວ ອາບ​ກາ​ນິດ​ສະ​ຖານ ນຳ​ພາ ແລະ ເປັ​ນ​ເຈົ້າ​ - ảnh 1ກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາບການິດສະຖານ

ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຄືນການສະໜັບສະໜູນຂອງ ຫວຽດນາມ ຕໍ່ວິວັດທະນາການສັນຕິພາບ ໂດຍຊາວ ອາບການິດສະຖານ ນຳພາ ແລະ ເປັນເຈົ້າ ແລະ ການເຂົ້າຮ່ວມຂອງແມ່ຍິງໃນວິວັດທະນາການສັນຕິພາບ ແລະ ໃນຂະບວນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍສະແດງຄວາມວິຕັກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນຢູ່ ອາບການິດສະຖານ ພ້ອມທັງສະແດງຄວາມປາດຖະໜາວ່າ ບັນດາຝ່າຍທີ່ກ່ຽວຂ້ອງ ຈະບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວໂດຍໄວ ເພື່ອສ້າງສະພາບແວດລ້ອມສັນຕິພາບ ແລະ ມີຄວາມສະດວກຕໍ່ວິວັດການດຳເນີນການເຈລະຈາສັນຕິພາບ.  ທ່ານກໍຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງເພີ່ມທະວີການໜູນຊ່ວຍ ອາບການິດສະຖານ ໃນຂະບວນກິດຈະການຟື້ນຟູ ແລະ ຮັບມືກັບສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ.

        ນັກຂ່າວ VOV ປະຈຳ ອາເມລິກາ 

ຕອບກັບ

ຂ່າວ/ບົດ​ອື່ນ