ຫວຽດນາມ ສາມາດຄວບຄຸມໂລກລະບາດ ໂຄວິດ - 19 ໄດ້ ແມ່ນຍ້ອນມີກຳລັງແຮງສາມັກຄີທົ່ວປວງຊົນທັງຊາດ

(VOVWORLD) -ພາຍຫຼັງພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດ, ນາຍົກລັດຖະມົນຕີໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
ຫວຽດນາມ ສາມາດຄວບຄຸມໂລກລະບາດ ໂຄວິດ - 19 ໄດ້ ແມ່ນຍ້ອນມີກຳລັງແຮງສາມັກຄີທົ່ວປວງຊົນທັງຊາດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ
(ພາບ: VGP)

ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຮອບເວລາ 1 ປີຜ່ານມາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ພາຍຫຼັງພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດ, ນາຍົກລັດຖະມົນຕີໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ. ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະບານ, ຈິດໃຈປ້ອງກັນ, ສະກັດກັ້ນໂລກລະບາດ “ໄວ, ໄວກວ່າອີກ”, ເດັດດຽວ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງຂະແໜງສາທາລະນະສຸກ, ບັນດາທ້ອງຖິ່ນສຸມໃສ່ປະຕິບັດ. ປະຊາຊົນກໍ່ປະຕິບັດບັນດາການແນະນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ. ຍ້ອນບັນດາສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນນັບທັງ 3 ຄັ້ງໃນຮອບເວລາ 14 ເດືອນຜ່ານມາ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາສະມາຊິກເຂົ້າຮ່ວມກອງປະຊຸມຕ້ອງຖອດຖອນບົດຮຽນ, ບັນດາການຄາດຄະເນ, ມາດຕະການແກ້ໄຂໃນໄລຍະຈະມາເຖິງ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນບັນດາບົດຮຽນທີ່ຖອດຖອນມາໄດ້.

        “ທີໜຶ່ງແມ່ນການຊີ້ນຳ, ນຳພາທີ່ຖືກຕ້ອງ, ຂ້ຽວຂາດ, ທັນການຂອງພັກ, ລັດ, ຄວາມມານະພະຍາຍາມຂອງລະບົບການເມືອງ. ທີ່ສອງແມ່ນ, ດ້ວຍທັດສະນະຮັກສາສຸຂະພາບ, ປົກປ້ອງຊີວິດອິນຊີຂອງປະຊາຊົນ ແມ່ນວຽກງານສຳຄັນແຖວໜ້າ ໄດ້ເປັນປະຖົມປັດໄຈແກ່ຄວາມມານະພະຍາຍາມສ້າງຄວາມເຫັນດີເຫັນພ້ອມ ແລະ ລະດົມແຫຼ່ງກຳລັງໃນສັງຄົມ. ທີສາມແມ່ນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີກັນເປັນຈິດໜຶ່ງໃຈດຽວ. ທີສີ່ແມ່ນ, ຫວຽດນາມ ເປັນປະເທດທີ່ມີປະຊາທິປະໄຕ, ບົດບາດຂອງຄວາມເປີດເຜີຍ, ໂປ່ງໃສໃນການປ້ອງກັນ, ສະກັດກັ້ນໂລກລະບາດ.”

ຫວຽດນາມ ສາມາດຄວບຄຸມໂລກລະບາດ ໂຄວິດ - 19 ໄດ້ ແມ່ນຍ້ອນມີກຳລັງແຮງສາມັກຄີທົ່ວປວງຊົນທັງຊາດ - ảnh 2ກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 (ພາບ: VGP)
ກໍ່ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ສັກວັກຊິນໃຫ້ແກ່ 20.695 ຄົນແລ້ວ, ໃນນັ້ນມີບາງຄົນມີອາການຜິດປົກກະຕິ, ແຕ່ມາຮອດປະຈຸບັນອາການໄດ້ເປັນປົກກະຕິແລ້ວ.

ກ່ຽວກັບແຫຼ່ງວັກຊິນ, ກະຊວງສາທາລະນະສຸກໄດ້ສ້າງຕັ້ງໜ່ວຍວຽກງານເພື່ອຈັດຊື້, ນຳເຂົ້າວັກຊິນ. ແຫຼ່ງຂ່າວຈາກໂຄງການ COVAX Faclility ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກຫວຽດນາມ ໄດ້ສົ່ງເອກະສານສຳເລັດແລ້ວ ແລະ ໂຄງການໃຫ້ຄຳໝັ້ນສັນຍາຈະສະໜອງວັກຊິນ ແລະ ເຄື່ອງອຸປະກອນສັກວັກຊິນໂດຍບໍ່ເສຍຄ່າ, ປະມານ 30 ລ້ານໂດສ. COVAX Faclility ໃຫ້ຮູ້ວ່າ, ຮອດເດືອນ ພຶດສະພາ 2021 ຈະສະໜອງວັກຊິນງວດທຳອິດປະມານ 4,1 ລ້ານໂດສ ໃຫ້ແກ່ຫວຽດນາມ (ວັກຊິນໂດຍ AstraZenecca ຜະລິດ), ຈຳນວນວັກຊິນຈັດແບ່ງຄັ້ງຕໍ່ໄປ COVAX ຈະແຈ້ງຕາມຫຼັງ.

ກໍ່ກ່ຽວຂ້ອງເຖິງເລື່ອງວັກຊິນ: ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ສະຫະພັນລັດເຊຍ ໄດ້ມອບວັກຊິນ Sputnik V ຈຳນວນ 1.000 ໂດສ ທຳອິດໃຫ້ແກ່ຫວຽດນາມ. ນີ້ແມ່ນວັກຊິນກັນເຊື້ອໂຄວິດ-19 ທຳອິດຂອງລັດເຊຍ ຢູ່ຫວຽດນາມ. ງວດວັກຊິນ Sputnik V ນີ້ໂດຍທ່ານ Nikolai Patrushev, ເລຂາສະພາຄວາມໝັ້ນຄົງສະຫະພັນລັດເຊຍ ນຳມາຫວຽດນາມ ໃນຕອນເຊົ້າວັນທີ 16 ມີນາ, ໃນການໄປປະຕິບັດງານຢູ່ຮ່າໂນ້ຍ ເປັນເວລາ 2 ວັນ.

ກ່ຽວກັບການພັດທະນາວັກຊິນຢູ່ພາຍໃນປະເທດ, ຄາດວ່າ ວັກຊິນໂດຍຫວຽດນາມ ຜະລິດຈະໄດ້ນຳໃຊ້ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ