ຫວຽດ​ນາມ ສຳ​ເລັດ​ບົດ​ລາຍ​ງານ​ເດືອນ​ເປັນປະ​ທານ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ​ໂດຍ​ໄວ

(VOVWORLD) -ວັນທີ 16 ເມສາ, ຄະນະເລຂາທິການ ສປຊ ໄດ້ປະກາດບົດລາຍງານ ເດືອນເປັນປະທານສະພາຄວາມໝັ້ນຄົງ ສປຊ ຂອງ ຫວຽດນາມ ຂຶ້ນໃນລະບົບເອກະສານທາງການຂອງ ສປຊ.
ຫວຽດ​ນາມ ສຳ​ເລັດ​ບົດ​ລາຍ​ງານ​ເດືອນ​ເປັນປະ​ທານ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ​ໂດຍ​ໄວ - ảnh 1ຫວຽດນາມໄດ້ເປັນປະທານການຖະແຫຼງຂ່າວກ່ຽວກັບບັນດາການເຄື່ອນໄວຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນ ມັງກອນ 2020

ບົດລາຍງານໄດ້ສຳຫຼວດກວດກາຄືນ, ສະໜອງຂໍ້ມູນຂ່າວສານໂດຍຫຍໍ້ ແລະ ຕີລາຄາທຸກໆການເຄື່ອນໄຫວເຊິ່ງຫວຽດນາມໄດ້ຜັນຂະຫຍາຍໃນເດືອນເປັນປະທານ ເຊິ່ງແມ່ນເດືອນ ມັງກອນ 2020. ຕາມນັ້ນແລ້ວ, ຂໍ້ມູນກ່ຽວກັບ 14 ກອງປະຊຸມເປີດ ແລະ 13 ກອງປະຊຸມປິດລັບ, ການປຶກສາຫາລືໃນບັນດາບັນຫາຮ້ອນເຮັ່ງຢູ່ ອາຟຼິກກາ, ອາຊີ, ຕາເວັນອອກກາງ, ເອີລົບ, ທະວີບອາເມລິກາ ແລະ ບັນດາບັນຫາ, ຫົວຂໍ້ທີ່ກ່ຽວຂ້ອງເຖິງການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນໄດ້ຮັບການອັບເດດຢ່າງໂປ່ງໃສ ແລະ ລະອຽດ.

ຕາມກົດລະບຽບແລ້ວ, ບັນດາປະເທດທີ່ດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສປຊ, ພາຍຫຼັງສິ້ນສຸດອາຍຸການແມ່ນ ມີໜ້າທີ່ຄວາມຮັບຜິດຊອບຮຽບຮຽງບົດລາຍງານກ່ຽວກັບການເຄື່ອນໄຫວຂອງຕົນໃນເດືອນເປັນປະທານ. ຫວຽດນາມໄດ້ແລກປ່ຽນກັບບັນດາປະເທດຕ່າງໆທີ່ເປັນສະມາຊິກສະພາຄວາມໝັ້ນຄົງ ສປຊ ກໍ່ຄືຄະນະເລຂາທິການ ສປຊໃນວິວັດການຂຽນ, ປັບປຸງບົດລາຍງານ. ພາຍຫຼັງ ສິ້ນສຸດອາຍຸການເປັນປະທານ ໃນໄລຍະ 2 ເດືອນ, ວັນທີ 31 ມີນາ ປີ 2020 ຫວຽດນາມໄດ້ປະຕິບັດສຳເລັດບົດລາຍງານ ແລະ ສົ່ງເຖິງຄະນະເລຂາທິການສປຊເພື່ອຂຶ້ນເລກທີສຳເນົາເປັນເອກະສານທາງການຂອງ ສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ