ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືດ້ານກະສິກຳ

ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືດ້ານກະສິກຳ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄຕ້ອນຮັບ​
ປະທ​ານສະຫະພັນ​ສະຫະກອນ​ກະສິກຳ​ແຫ່ງ​ຊາດ​ສ.​ເກົາຫຼີ
(ພາບ: TTXVN)


(vovworld) – ​ຕອນ​ບ່າຍ​ວັນ​ທີ 15/09, ຢູ່ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Choi Won Byung, ປະທ​ານສະຫະພັນ​ສະຫະກອນ​ກະສິກຳ​ແຫ່ງ​ຊາດ​ສ.​ເກົາຫຼີ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ຕີ​ລາຄາ​ສູງ​ຄວາມ​ໝາຍຂອງ​ການ​ຢ້ຽມຢາມ ​ແລະ ​ການເຮັດ​ວຽກ​ຂອງ​ທ່ານ​ປະທານ Choi Won Byung ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເສດຖະກິດ​ລວມໝູ່​ກັບ​ຄູ່​ຮ່ວມ​ມື​ຫວຽດນາມ. ຕີ​ລາຄາ​ສູງ​ບັນດາ​ຮູບ​ແບບ​ບຳລຸງ​ສ້າງ​ແຫຼ່ງກຳລັງ, ໜູນ​ຊ່ວຍ​ບ້ວງ​ສິນ​ເຊື່ອ​ຂອງ​ສ.​ເກົາຫຼີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ ທ່ານປະທານສະຫະພັນ​ສະຫະກອນ​ກະສິກຳ​ແຫ່ງ​ຊາດ​ສ.​ເກົາຫຼີ ຈະ​ຖ່າຍ​ທອດບົດຮຽນ, ຊ່ວຍ​​ເຫຼືອ​​​ເພື່ອໃຫ້​ບັນດາ​ອົງການ​ເສດຖະກິ​ດລວມໝູ່​ຂອງ​ຫວຽດນາມ ພັດທະນາ.

ຂ່າວ/ບົດ​ອື່ນ