ຫວຽດ​ນາມ - ອັງ​ກິດ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຄະນະຜູ້ແທນການທະຫານຂັ້ນສູງ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໂດຍ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Robert Ben Lobban Wallace ເປັນຫົວໜ້າຄະນະ ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 21 – 23 ກໍລະກົດ. 
ຫວຽດ​ນາມ - ອັງ​ກິດ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ảnh 1ການໂອ້ລົມສົນທະນາລະຫວ່າງສອງຝ່າຍ (ພາບ: VOV5)

  ກ່າວຄຳເຫັນທີ່ການໂອ້ລົມສົນທະນາກັບທ່ານພົນເອກ ຟານວັນຢາງ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການໃນຕອນເຊົ້າວັນທີ 22 ກໍລະກົດ, ທ່ານລັດຖະມົນຕີ Robert Ben Lobban Wallace  ເນັ້ນໜັກວ່າ: ອັງກິດ ສະໜັບສະໜູນທັດສະນະຂອງ ຫວຽດນາມ ໃນການແກ້ໄຂບັນຫາທະເລຕາເວັນອອກ, ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງສິດເສລີໃນການເດີນເຮືອ, ການບິນ, ສະໜັບສະໜູນການເຄົາລົບກົດໝາຍ ແລະ ເນັ້ນໜັກວ່າ ຕ້ອງແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ,ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຫວຽດ​ນາມ - ອັງ​ກິດ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ảnh 2ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ທີ່ການໂອ້ລົມສົນທະນາ (ພາບ: VOV5)

ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາາມ - ອັງກິດ ຈະມີບາດກ້າວເດີນໃໝ່ໃນບັນດາຂົງເຂດ, ເໝາະສົມກັບຜົນປະໂຫຍດຂອງແຕ່ລະປະເທດ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ກໍສະເໜີໃນສິດອຳນາດຂອງຕົນ, ທ່ານລັດຖະມົນຕີ Robert Ben Lobban Wallace ຈະໜູນຊ່ວຍ ກະຊວງປ້ອງກັນປະເທດ ຫວຽດນາມ ສຳຜັດກັບວັກຊິນກັນພະຍາດ ໂຄວິດ - 19.

        ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ສຸມໃສ່ບາງຂົງເຂດຄື ແລກປ່ຽນຄະນະ, ສືບຕໍ່ຮັກສາບັນດາກົນໄກຮ່ວມມື ເຊິ່ງສອງຝ່າຍພວມຜັນຂະຫຍາຍໃຫ້ມີປະສິດທິຜົນ... ຫວຽດນາມ ສະໜັບສະໜູນ ອັງກິດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ບົນພື້ນຖານໄດ້ຮັບຄວາມເຫັນດີເຫັນພ້ອມຂອງ ອາຊຽນ, ພ້ອມທັງສະໜັບສະໜູນ ອັງກິດ ຊຸກຍູ້ການຮ່ວມມື ກັບ ອາຊຽນ ໃນນັ້ນ ມີການຮ່ວມມືດ້ານການທະຫານ - ການປ້ອງກັນຊາດ.

        ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ, ຢ້ຽມຢາມສະຖາບັນການທູດ, ຄະນະກຳມະການຊາຍແດນແຫ່ງຊາດ... ແລະ ໂອ້ລົມກັບພະນັກງານທີ່ເຄີຍເຂົ້າຮ່ວມການເຄື່ອນໄຫວຂອງຄະນະຮັກສາສັນຕິພາບຂອງ ສປຊ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ