ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ

(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນສອງຝ່າຍກັບ ລາຊະອານາຈັກ ອັງກິດ, ສະເໜີໃຫ້ສອງຝ່າຍຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ
 
ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Gareth Ward, ເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເຂົ້າຢ້ຽມອຳລາ (ພາບ: Dương Giang/TTXVN)

ຕອນບ່າຍວັນທີ 2 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Gareth Ward, ເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນສອງຝ່າຍກັບ ລາຊະອານາຈັກ ອັງກິດ, ສະເໜີໃຫ້ສອງຝ່າຍຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບ, ລະອຽດ, ມີຄວາມໝາຍແທດຈິງເພື່ອສະເຫຼີມສະຫຼອງຂີດໝາຍສຳຄັນ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023). ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳໃຊ້ບັນດາຄຳໝັ້ນສັນຍາຂອງສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKBFTA) ເພື່ອຊຸກຍູ້ການພົວພັນເສດຖະກິດ - ການຄ້າ - ການລົງທຶນສອງຝ່າຍ; ຝ່າຍ ອັງກິດ ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນກະເສດ, ໝາກໄມ້ຕາມລະດູຂອງ ຫວຽດນາມ, ປະກອບສ່ວນຟື້ນຟູການເຕີບໂຕພາຍຫຼັງໂລກລະບາດ.

        ນາຍົກລັດຖະມົນຕີ ສະເໜີໃຫ້ ຝ່າຍ ອັງກິດ ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກຮຽນ, ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ອັງກິດ; ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືວັດທະນະທຳ - ການທ່ອງທ່ຽວ…

        ສ່ວນທ່ານເອກອັກຄະລັດຖະທູດ Gareth Ward ໃຫ້ຮູ້ວ່າ: ມີຫຼາຍກອງທຶນລົງທຶນຂອງ ອັງກິດ ກຽມພ້ອມ ແລະ ປາດຖະໜາລົງທຶນເຂົ້າ ຫວຽດນາມ; ຢັ້ງຢືນ ລາຊະອານາຈັກ ອັງກິດ ຈະສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ໃນວິວັດແຫ່ງການພັດທະນາ, ພິເສດແມ່ນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ