ຫວຽດນາມ, ອັງກິດ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ

(VOVWORLD) -ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານລັດຖະມົນຕີ Sajid Javid ໄດ້ຮ່ວມລົງໃນນາມບົດບັນທຶກຊ່ວຍຈຳ ລະຫວ່າງ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ
ຫວຽດນາມ, ອັງກິດ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ - ảnh 1ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານລັດຖະມົນຕີ Sajid Javid ຮ່ວມລົງໃນນາມບົດບັນທຶກຊ່ວຍຈຳ (ພາບ: Vietnam+)

ໂດຍຮັບຄຳເຊື້ອເຊີນຂອງທ່ານ Sajid Javid, ລັດຖະມົນຕີກະຊວງພາຍໃນ ອັງກິດ, ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ  ໂດຍພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະ ກຳລັງມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກອັງກິດ. ໃນວັນທີ 21 ພະຈິກ ທີ່ລອນດອນ, ທ່ານລັດຖະມົນຕີ ໂຕເລິມ ແລະ ທ່ານລັດຖະມົນຕີ Sajid Javid ໄດ້ຮ່ວມລົງໃນນາມບົດບັນທຶກຊ່ວຍຈຳ ລະຫວ່າງ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດ.

ທີ່ການພົບປະເຈລະຈາ, ໃນຂອບເຂດການຢ້ຽມຢາມ, ສອງຝ່າຍຕີລາຄາສູງ ໃນໄລຍະຜ່ານມາ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ອັງກິດ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ປະກອບສ່ວນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ຂອງສອງປະເທດ.

ເພື່ອປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງກະຊວງ, ໃນໄລຍະທີ່ຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບນຳກັນ ວ່າທຸກປີຈະຮັກສາ, ຜັນຂະຫຍາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ເພື່ອແນໃສ່ແລກປ່ຽນ ແລະ ແບ່ງປັນບົດຮຽນໃນການເຮັດວຽກງານ, ຂໍ້ມູນຂ່າວສານດ້ານວິຊາສະເພາະໃນບັນດາຂົງເຂດປ້ອງກັນ ແລະ ຕ້ານການຄ້າມະນຸດ. ສອງຝ່າຍສົ່ງເສີມການສ້າງ, ເຈລະຈາ ແລະ ປັບປຸງບັນດາລະບຽບການໃຫ້ສຳເລັດໂດຍໄວເພື່ອລົງນາມໃນສັນຍາສົ່ງຜູ້ຮ້າຍຂ້າມແດນ ແລະ ບັນດາເອກະສານການຮ່ວມມືອື່ນໆ, ສ້າງກອບກົດໝາຍໃຫ້ແກ່ການເຄື່ອນໄຫວຮ່ວມມືສອງຝ່າຍ ລະຫວ່າງ ສອງກະຊວງ.

ກ່ອນໜ້ານັ້ນ ວັນທີ 20 ພະຈິກ, ທ່ານລັດຖະມົນຕີ ໂຕເລິມ ໄດ້ມີການພົບປະໂອ້ລົມກັບບັນດາພະນັກງານ, ພາລະກອນ ຂອງສະຖານທູດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອັງກິດ ຢູ່ສະຖານທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ