ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ຊຸກ​ຍູ້ກ​ານ​ຮ່ວມ​ມື​ບຳ​ລຸງ​ສ້າ​ງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດຂະ​ແໜງ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

(VOVWORLD) - ລັດຖະບານ ອົດສະຕາລີ ຍາມໃດກໍຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ພ້ອມທັງປາດຖະໜາຈະເສີມຂະຫຍາຍການຮ່ວມມືລົງທຶນຫຼາຍກວ່າອີກ, ໜູນຊ່ວຍພັດທະນາໃນບັນດາຂົງເຂດທີ່ເໝາະສົມກັບກຳນົດທິດພັດທະນາຂອງ ຫວຽດນາມ.

ໃນຂອບເຂດຄະນະປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໄດ້ມີການເຄື່ອນໄຫວຕ້ອນຮັບສອງຝ່າຍ, ພົບປະກັບຕາໜ່າງນະວັດຕະກຳປະດິດຄິດສ້າງ ຫວຽດນາມ ປະຈຳ ອົດສະຕາລີ ແລະ ເຮັດວຽກກັບບາງຄູ່ຮ່ວມມືຢູ່ ອົດສະຕາລີ ໃນຂົງເຂດ hydrogen.

ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ຊຸກ​ຍູ້ກ​ານ​ຮ່ວມ​ມື​ບຳ​ລຸງ​ສ້າ​ງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດຂະ​ແໜງ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ - ảnh 1ທ່ານລັດຖະມົນຕີ ຫງວຽນຈີຢຸງ ແລະ ທ່ານລັດຖະມົນຕີກະຊວງພັດທະນາສາກົນ ແລະ ປາຊີຟິກ Pat Conroy, ທ່ານລັດຖະມົນຕີ Conroy (ພາບ: vietq.vn) 

        ໃນການພົບປະກັບທ່ານລັດຖະມົນຕີກະຊວງພັດທະນາສາກົນ ແລະ ປາຊີຟິກ ອົດສະຕາລີ Pat Conroy, ທ່ານລັດຖະມົນຕີ Conroy ໃຫ້ຮູ້ວ່າ ລັດຖະບານ ອົດສະຕາລີ ຍາມໃດກໍຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ພ້ອມທັງປາດຖະໜາຈະເສີມຂະຫຍາຍການຮ່ວມມືລົງທຶນຫຼາຍກວ່າອີກ, ໜູນຊ່ວຍພັດທະນາໃນບັນດາຂົງເຂດທີ່ເໝາະສົມກັບກຳນົດທິດພັດທະນາຂອງ ຫວຽດນາມ.

        ທ່ານລັດຖະມົນຕີ ຫງວຽນຈີຢຸງ ສະເໜີວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການລະອຽດໃນ 8 ຂົງເຂດຈຸດສຸມຂອງສູນນະວັດຕະກຳປະດິດຄິດສ້າງແຫ່ງຊາດ, ພິເສດແມ່ນຜ່ານບ້ວງເງິນຊ່ວຍເຫຼືອລ້າທີ່ມີມູນຄ່າ 90 ລ້ານ AUD ຂອງ ລັດຖະບານ ອົດສະຕາລີ ສະຫງວນໃຫ້ແກ່ ຫວຽດນາມ ແລະ ບັນດາໂຄງການໜູນຊ່ວຍພັດທະນາໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ…  ພ້ອມທັງປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືຢ່າງຮອບດ້ານໃນຂົງເຂດການສຶກສາບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດແມ່ນໃນຂະແໜງເອເລັກໂຕນິກ ແລະ ເຄິ່ງຊັກນຳໄຟຟ້າ.

ຕອບກັບ

ຂ່າວ/ບົດ​ອື່ນ