ຫວຽດນາມ, ອີຣານ ສູ້ຊົນຍົກວົງເງິນການຄ້າ 2 ສົ້ນຂຶ້ນປະມານ 2 ຕື້ USD ໃນໄລຍະຈະມາເຖິງ

(VOVWORLD) -ທ່ານຮອງປະທານາທິບໍດີ ອີຣານ Seyyed Mohammed Hosseini, ສະເໜີໃຫ້ 2 ຝ່າຍສູ້ຊົນຍົກວົງເງິນການຄ້າ 2 ສົ້ນຂຶ້ນປະມານ 2 ຕື້ USD
ຫວຽດນາມ, ອີຣານ ສູ້ຊົນຍົກວົງເງິນການຄ້າ 2 ສົ້ນຂຶ້ນປະມານ 2 ຕື້ USD ໃນໄລຍະຈະມາເຖິງ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິນກວາງເຟືອງ ພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ອີຣານ Seyyed Mohammed Hosseini
(ພາບ: quochoi.vn)

        ວັນທີ 07 ທັນວາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ນຳໂດຍທ່ານຮອງປະທານສະແຫ່ງຊາດ ເຈິນກວາງເຟືອງ ເປັນຫົວໜ້າຄະນະ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຣານ. ກ່ອນໜ້ານັ້ນ, ທີ່ການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ອີຣານ Seyyed Mohammed Hosseini, ທ່ານໄດ້ສະເໜີໃຫ້ 2 ຝ່າຍສູ້ຊົນຍົກວົງເງິນການຄ້າ 2 ສົ້ນຂຶ້ນປະມານ 2 ຕື້ USD (ປີ 2021, ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸແຕ່ 124,5 ລ້ານ USD); ຊຸກຍູ້ການປະຕິບັດບັນດາບົດບັນທຶກຊ່ວຍຈຳ (MOU), ບັນດາຂໍ້ຕົກລົງ ແລະ ສັນຍາເຊິ່ງ 2 ປະເທດໄດ້ລົງນາມແລ້ວ.

        ເມື່ອແລກປ່ຽນກັບຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ Qaraie Ashtiani, ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແລກປ່ຽນບົດຮຽນປະສົບການໃນຂົງເຂດເຕັກນິກ, ເສນາຮັກ, ເຕັກໂນໂລຊີຂໍ້ມູນຂ່າວສານ…

        ທີ່ບັນດາການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິນກວາງເຟືອງ ສະໜັບສະໜູນເລື່ອງນຳການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອີຣານ ໃຫ້ຂຶ້ນສູ່ລະດັບສູງໃໝ່; ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງ 2 ປະເທດໄດ້ລົງນາມແລ້ວ; ຍູ້ແຮງການສົ່ງເສີມການຄ້າ ແລະ ການລົງທຶນ; ເພີ່ມທະວີການເຄື່ອນໄຫວການທູດປະຊາຊົນ, ການພົວພັນແລກປ່ຽນວັດທະນະທຳ, ກິລາ ແລະ ໂຄສະນາການທ່ອງທ່ຽວຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ