ຫວຽດນາມ ອາດຈະໄດ້ຮັບຜົນປະໂຫຍດຈາກບັນດາລະບົບມູນຄ່າທົ່ວໂລກ

(VOVWORLD) - ເຂົ້າຮ່ວມບັນດາລະບົບມູນຄ່າທົ່ວໂລກລຸ້ນໃໝ່” ແລະ “ຄົ້ນຄ້ວາກ່ຽວກັບການເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງ ແລະ ການຮ່ວມສຳພັນຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ” ໃນວັນທີ 7 ກັນຍາ. 
ຫວຽດນາມ ອາດຈະໄດ້ຮັບຜົນປະໂຫຍດຈາກບັນດາລະບົບມູນຄ່າທົ່ວໂລກ - ảnh 1ທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກ ປະຈຳ ຫວຽດນາມ 

ຫວຽດນາມ ອາດຈະໄດ້ຮັບຜົນປະໂຫຍດຈາກບັນດາລະບົບມູນຄ່າທົ່ວໂລກ - ນີ້ແມ່ນຂໍ້ ສັງເກດຂອງບັນດາຜູ້ແທນໄດ້ຍົກອອກມາທີ່ກອງປະຊຸມສຳມະນາປະກາດ 2 ບົດລາຍງານດ້ວຍຫົວຂໍ້ວ່າ: “ຫວຽດນາມ ຢືນຢູ່ຕໍ່ໜ້າທາງແບ່ງ: ເຂົ້າຮ່ວມບັນດາລະບົບມູນຄ່າທົ່ວໂລກລຸ້ນໃໝ່” ແລະ “ຄົ້ນຄ້ວາກ່ຽວກັບການເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງ ແລະ ການຮ່ວມສຳພັນຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ” ໃນວັນທີ 7 ກັນຍາ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ເຊື່ອມໂຍງເຂົ້າໃນບາງລະບົບມູນຄ່າທົ່ວໂລກປະສົມຜົນສຳເລັດ. ຜ່ານນັ້ນ ສ້າງວຽກເຮັດງານທຳ, ຊຸກຍູ້ການເຕີບໂຕເສດຖະກິດ ແລະ ຫລຸດຜ່ອນຄວາມທຸກຍາກ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ສາມາດບືນຕົວຂຶ້ນ, ຍົກສູງມູນຄ່າເພີ່ມດ້ວຍບັນດາການປະຕິຮູບ, ຂໍ້ລິເລີ່ມນະໂຍບາຍຢູ່ບັນດາຂົງເຂດຄືຄົມມະນາຄົມ, ການບໍລິການ, ລະບຽບການຊາຍແດນ, ເຊື່ອມໂຍງເຂົ້າກັບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ