ຫວຽດນາມ - ອານເຊຣີ ຄວາຊຸກຍູ້ການຮ່ວມມືດ້ານເສດຖະກິດ

ຫວຽດນາມ - ອານເຊຣີ ຄວາຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ
ປະຈຳ ອານ​ເຊຣີ ຟ້າ​ມກວກ​ຈຸ (ພາບປະກອບ / vietnam+)

(vovworld) - ຫວຽດນາມ - ອານ​ເຊຣີ ຄວນ​ພິຈາລະນາ​ກໍ່ສ້າງ​ຂອບ​​ເຂດ​ຄູ່​ຮ່ວມ​ມື​​ເພື່ອ​ເປັນ​ພື້ນຖານ​ໃຫ້ການ​ພັດທະນາ​ການ​ພົວພັນ​ຍາວ​ນານ ​ແລະ ການ​ຮ່ວມ​ມືທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ປະສິດ​ທິຜົນ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ມີທ່າ​ແຮງ; ພິ​ເສດ ​ແມ່ນ​ຖື​ການ​ຮ່ວມ​ມື​ເສດຖະກິດ​ດ້ານເປັນ​ຈຸດ​ສຸມ. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອານ​ເຊຣີ ຟ້າ​ມກວກ​ຈຸ ​ໃນ​ວັນ​ທີ 18/01. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ພັດທະນາ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ການ​ຮ່ວມ​ມື​ດ້ານເສດຖະກິດ - ການ​ຄ້າ​ມີ​ບາດກ້າວ​ຕັ້ງໜ້າ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນວິ​ໄສ​ທັດ​ສັງ​ລວມການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດຍັງ​ບໍ່​ທັນ​ພັດທະນາສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຫວັງ​ຂອງ​ທັງ 2 ຝ່າຍ​ເທື່ອ. ດັ່ງ​ນັ້ນ, 2 ປະ​ເທດ​ຫວນ​ຄືນ ​ແລະ ຕີ​ລາຄາ​ສະ​ພາບ​ການ​ຮ່ວມ​ມື 2 ຝ່າຍ​ ໃນ​ບັນດາ​ຂົງ​ເຂດ​ປະຈຸ​ບັນຢ່າງ​ຖືກຕ້ອງ ​ ​ແລະ ວາງ​ອອກ​ທິດ​ທາງ, ມາດ​ຕະການດ້ວຍ​ແຜນການ/​ໂຄງການ​ດຳ​ເນີນ​ງານ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​​ໄລຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ສັງ​ລວມ, 2 ປະ​ເທດ ຄວນ​ພິຈາລະນາ​ສ້າງ​ຂອບ​​ເຂດ​ຄູ່​ຮ່ວມ​ມື​ຢ່າງຕັ້ງໜ້າ ​ເປັນ​ພື້ນຖານ​ໃຫ້​ແກ່ການ​ພັດທະນາ​ສາຍ​ພົວພັນ​ຍາວ​ນານ ​ແລະ ການ​ຮ່ວມ​ມື​ທີ່​ໜ້າໄວ້​ເນື້ອ​ເຊື່ອ​ໃຈ, ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ 2 ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ; ພິ​ເສດ ຄວນ​ຖື​ການ​ຮ່ວມ​ມືດ້ານ​ເສດຖະກິດ​ແມ່ນ​ຈຸດ​ສຸມ.

ຕອບກັບ

ຂ່າວ/ບົດ​ອື່ນ