ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ກັນ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ ແລະ ກາງ

(VOVWORLD) -   ໂຄງການ LinkSME ແມ່ນເພື່ອແນໃສ່ຜູກຮັດໄລຍະປະຕິຮູບ ແລະ ປົວແປງສະພາບແວດລ້ອມດຳເນີນທຸລະກິດແບບກວມລວມ ກັບວິວັດທະນາການຄົ້ນຄວ້າ ແລະ ປະຕິຮູບຕາມຂະແໜງການ ກໍຄືບັນດາຄຳເຫັນຊີນຳກ່ຽວກັບການປະຕິຮູບຈາກລັດຖະບານ ດ້ວຍຄວາມມານະພະຍາຍາມປ່ຽນແປງຈາກວິສາຫະກິດເອງ. 
ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ກັນ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ ແລະ ກາງ - ảnh 1ພາບບັນຍາກາດການເຮັດວຽກ (ພາບ:USAID)

ຕອນບ່າຍວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ, ກະຊວງແຜນການ ແລະການລົງທຶນ ໄດ້ສົມທົບກັບອົງການພັດທະນາສາກົນ ອາເມລິກາ (USAID) ໄດ້ຈັດກອງປະຊຸມສະຫຼຸບໂຄງການຊຸກຍູ້ການປະຕິຮູບ ແລະ ຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (LinkSME) ເພື່ອແນໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະໜູນຊ່ວຍປົວແປງສະພາບແວດລ້ອມດຳເນີນທຸລະກິດ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ໄລຍະ 2018 – 2023.

        ໂຄງການ LinkSME ແມ່ນເພື່ອແນໃສ່ຜູກຮັດໄລຍະປະຕິຮູບ ແລະ ປົວແປງສະພາບແວດລ້ອມດຳເນີນທຸລະກິດແບບກວມລວມ ກັບວິວັດທະນາການຄົ້ນຄວ້າ ແລະ ປະຕິຮູບຕາມຂະແໜງການ ກໍຄືບັນດາຄຳເຫັນຊີນຳກ່ຽວກັບການປະຕິຮູບຈາກລັດຖະບານ ດ້ວຍຄວາມມານະພະຍາຍາມປ່ຽນແປງຈາກວິສາຫະກິດເອງ. ຜ່ານນັ້ນ, ປະກອບສ່ວນສ້າງການປ່ຽນແປງສະພາບແວດລ້ອມດຳເນີນທຸລະກິດທີ່ມີລັກສະນະເປັນລະບົບ.  ທ່ານ ເລກຸຍຂາ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ໄຟຟ້າກົນຈັກ  TOMECO ໃຫ້ຮູ້ວ່າ:

        “ໂຄງການດັ່ງກ່າວ ໄດ້ໃຫ້ການໜູນຊ່ວຍບໍລິສັດສຳຫຼວດ, ຕີລາຄາ ແລະ ສ້າງແຜນການຍຸດທະສາດກ່ຽວກັບການຫັນເປັນດີຈີຕອນໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງບໍລິສັດ. ຍ້ອນໄດ້ຮັບການໜູນຊ່ວຍໂດຍກົງຈາກໂຄງການນີ້, ບໍລິສັດ ພວກຂ້າພະເຈົ້າ ຈຶ່ງມີບາດກ້າວເດີນຢ່າງຕັ້ງໜ້າໃນການຊອກຫາຕະຫຼາດ ແລະ ເປີດກວ້າງການພົວພັນກັບລູກຄ້າຈາກບັນດາປະເທດ ຄື ອາເມລິກາ, ອັງກິດ, ຍີ່ປຸ່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ