ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

(VOVWORLD) - ວັນທີ 03 ກໍລະກົດ, ທີ່ຮ່າໂນ້ຍ, ຄະນະຜູ້ແທນກະຊວງຕຳຫລວດ ຫວຽດນາມ ໂດຍທ່ານພົນໂທ ເລກຸ໊ຍເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດ ນຳໜ້າ ແລະ ຄະນະຜູ້ແທນອົງການສືບສວນສະຫະລັດ ອາເມລິກາ ໂດຍທ່ານ David Bowdich ຮອງຫົວໜ້າອົງການສືບສວນສະຫະລັດ ອາເມລິກາ ເປັນຫົວໜ້າຄະນະ ໄດ້ດຳເນີນການເຈລະຈາແລກປ່ຽນບັນດາບັນຫາ ເຊິ່ງ 2 ຝ່າຍມີຄວາມສົນໃຈ.

ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ - ảnh 1 ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ (ພາບ:cand.com.vn)

        2 ຝ່າຍໄດ້ເຫັນດີເປັນເອກະພາບ ດຳເນີນການເຈລະຈາ, ເຊັນບັນດາເອກະສານສ້າງຂອບເຂດການຮ່ວມມືດ້ານຍຸຕິທຳທາງອາຍາຄື: ສັນຍາວ່າດ້ວຍການໜູນຊ່ວຍດ້ານຕຸລາການກ່ຽວກັບອາຍາ, ສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ. ແລກປ່ຽນ, ຮັບເອົາ, ແກ້ໄຂຂໍ້ມູນຂ່າວສານອາດຊະຍາກຳລະຫວ່າງຫ້ອງການ INTERPOL ຫວຽດນາມ ແລະ ອົງການສືບສວນສະຫະລັດ ອາເມລິກາ ເປັນປະຈຳ ໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ ເຊິ່ງກ່ຽວຂ້ອງເຖິງ 2 ຝ່າຍ; ແລກປ່ຽນກ່ຽວກັບວິທີການ, ເລ່ລ່ຽນຂອງອາດຊະຍາກຳທີ່ຫາກໍ່ພົ້ນເດັ່ນ ເພື່ອແນໃສ່ຮັບໃຊ້ວຽກງານຄາດຄະເນໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດປະເທດຕ່າງໆ. ເພີ່ມທະວີການຮ່ວມມືໃນຂົງເຂດຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດເວົ້າລວມ, ປ້ອງກັນ, ຕ້ານອາດຊະຍາກຳທີ່ນຳໃຊ້ເຕັກໂນໂລຊີສູງເວົ້າສະເພາະ…

ຕອບກັບ

ຂ່າວ/ບົດ​ອື່ນ