ຫວຽດນາມ ຮັບດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ

(VOVWORLD) -  ວັນທີ 16 ມັງກອນ, ທ່ານ ຫງວຽນຮ່ວາຍເຢືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມັກຊີໂກ ໄດ້ຮັບດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ (ACMC) ຈາກທ່ານເອກອັກຄະລັດຖະທູດ ຟີລິບປີນ Demetrio R.Tuason.
ຫວຽດນາມ ຮັບດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ - ảnh 1 ທ່ານ ຫງວຽນຮ່ວາຍເຢືອງ (ຂວາ) ແລະ ທ່ານ Demetrio R.Tuason (ພາບ: Vietnam+)

ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຍູ້ແຮງບັນດາການເຄື່ອນໄຫວຂອງ ACMC, ຜ່ານນັ້ນ ເພີ່ມທະວີການພົວພັນກັບ ເມັກຊີໂກ ໃນທຸກດ້ານ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທຳ; ພ້ອມທັງຜ່ານ ເມັກຊີໂກ ຊຸກຍູ້ການພົວພັນຮ່ວມມືກັບສຳພັນທະມິດ ປາຊີຟິກ (ລວມມີ: ເມັກຊີໂກ, ຈີເລ, ໂກລົມເບຍ ແລະ ເປຣູ).

        ທີ່ພິທີມອບ-ຮັບ, ບັນດາເອກອັກຄະລັດຖະທູດ ແລະ ບັນດາພະນັກງານການທູດຂອງບັນດາປະເທດ ອາຊຽນ ປະຈຳ ເມັກຊີໂກ, ລວມມີ ມາເລເຊຍ, ອິນໂດເນເຊຍ, ຟີລີບປິນ, ໄທ ແລະ ຫວຽດນາມ ໄດ້ຕີລາຄາວິວັດການເຄື່ອນໄຫວຂອງ ACMC ໃນປີ 2018 ແລະ ວາງອອກບັນດາແຜນການລະອຽດໃຫ້ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ