ຫ​ວ​ຽດ​ນາມ​ ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊ​ຽນ ປີ 2020 ຢ່າງ​ເປັນ​ທາງ​ການ

(VOVWORLD) - ພິທີອັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງພ້ອມກັບພິທີມອບຕຳແໜ່ງປະທານອາຊຽນ ປີ 2020 ໃຫ້ຫວຽດນາມເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 4 ພະຈິກ, ຢູ່ບາງກອກ, ປະເທດໄທ. 
ຫ​ວ​ຽດ​ນາມ​ ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊ​ຽນ ປີ 2020 ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປະກາດຫົວຂໍ້ຂອງປີ ອາຊຽນ 2020 ໂດຍ ຫວຽດນາມເປັນປະທານ (ພາບ: VGP)

ໃນບົດກ່າວປາໄສພາຍຫຼັງພິທີມອບຮັບຕຳແໜ່ງປະທານອາຊຽນ ໃຫ້ແກ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໃນປີ ອາຊຽນ 2020, ຫວຽດນາມມີຄວາມປາດຖະໜາຢາກສຸມໃສ່ເພີ່ມທະວີຄວາມສະໜິດຕິດພັນທີ່ມີລັກສະນະແບບຍືນຍົງຂອງອາຊຽນຜ່ານການປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບ, ເພີ່ມທະວີການຮ່ວມສຳພັນເສດຖະກິດແລະ ເຊື່ອມຈອດ, ເຮັດໃຫ້ຄຸນຄ່າທີ່ເປັນເອກະລັກສະເພາະຂອງ ປະຊາຄົມ ອາຊຽນ ເລິກເຊີ່ງກ່ວາອີກ, ດັດປັບຍົກສູງປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ ແລະ ຍູ້ແຮງການພົວພັນຄູ່ຮ່ວມມືຂອງ ອາຊຽນໃນປະຊາຄົມທົ່ວໂລກ. ທ່ານນາຍົກລັດຖະມົນຕີເນັ້ນໜັກເຖິງຫົວຂໍໍໍ້ ອາຊຽນ 2020 ຂອງຫວຽດນາມວ່າ:

        ພວກຂ້າພະເຈົ້າເລືອກເອົາຄວາມສະໜິດຕິດພັນ ແລະ ການເປັນເຈົ້າການໃນການຮັບມື ແມ່ນຫົວຂໍ້ຂອງ ອາຊຽນ 2020. ສອງປັດໄຈນີ້ມີການພົວພັນນຳກັນ ແລະ ໜູນຊ່ວຍກັນຢ່າງແໜ້ນແຟ້ນ. ປະຊາຄົມທີ່ມີຄວາມສະໜິດຕິດພັນ ແລະ ພັດທະນາ, ຕ້ອງເພີ່ມທະວີການເປັນເຈົ້າການໃນການຮັບມືດ້ວຍບັນດາປັດໄຈກະທົບຈາກພາຍນອກ ແລະ ກົງກັນຂ້າມຄວາມສາມາດເປັນເຈົ້າການໃນການຮັບມືອາດສາມາດມີໄດ້ເມື່ອ ອາຊຽນເປັນກຸ່ມກ້ອນທີ່ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ. ຫວຽດນາມ ພວມລໍຄອຍ ການໜູນຊ່ວຍ, ການສະໜັບສະໜູນຢ່າງຕັ້ງໜ້າຈາກບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມມືເພື່ອຫັນຫົວຂໍ້ ແລະ ຈິດໃຈ ຂອງ ປີ ອາຊຽນ 2020 ໃຫ້ປະກົດຜົນເປັນຈິງ.

        ທີ່ພິທີ, Logo ປີ ອາຊຽນ 2020 ແລະ ວິດີໂອແນະນຳກ່ຽວກັບ ປີ ປະທານອາຊຽນ 2020 ຂອງ ຫວຽດນາມ ໄດ້ເນັ້ນໜັກເຖິງບັນດາບຸລິມະສິດຂອງ ຫວຽດນາມໃນປີ ປະທານອາຊຽນ 2020. ຕາມນັ້ນແລ້ວ, ຫວຽດນາມຫວັງວ່າຈະຊຸກຍູ້ ຄວາມເຂົ້າໃຈເຊິ່ງກັນແລະກັນ, ຄວາມເປັນເອກະພາບ ແລະ ຄວາມສາມັກຄີ, ການກໍ່ສ້າງ ອາຊຽນເຊື່ອມໂຍງ ແລະ ຮ່ວມສຳພັນ.

        ຕາມຂໍ້ກຳນົດຂອງ ກົດບັດ ອາຊຽນແລ້ວ, ອາຍຸການປະທານ ອາຊຽນຂອງ ຫວຽດນາມ ຈະເລີ່ມຕົ້ນຢ່າງເປັນທານການແຕ່ວັນທີ 1 ມັງກອນ - 31 ທັນວາ 2020.

        ຕອນເຊົ້າວັນ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມກັບຄະນະຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເມືອ ຫວຽດນາມ, ສິ້ນສຸດການເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ໃນລະຫວ່າງວັນທີ 2 – 4ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ຂອງ ອາຊຽນ ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ພ້ອມທັງມີການພົບປະສອງຝ່າຍກັບການນຳຂອງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ.

        ທີ່ບັນດາກອງປະຊຸມຄັ້ງຕ່າງໆ, ບັນດາປະເທດໄດ້ສະແດງຄວາມເອົາໃຈໃສ່ພິເສດເຖິງສະຖຽນລະພາບ ແລະ ສັນຕິພາບ ຢູ່ທະເລຕາເວັນອອກ ແລະ ສະແດງຄວາມຫວັງກ່ຽວກັບບົດບາດປະທານອາຊຽນ 2020 ຂອງ ຫວຽດນາມ, ກໍ່ຄືປີ ທີ່ຫວຽດນາມດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ