ຫວຽດນາມ ຮັບປະກັນສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດແບບເປີດອົກເປີດໃຈໃຫ້ບັນດາວິສາຫະກິດ ອີຢູ

(VOVWORLD) - ວັນທີ 20 ມິຖຸນາ, ທີ່ສຳນັກງານລັດຖະສະພາ ເອີຣົບ ຢູ່ ບຣຸກແຊນ ປະເທດ ແບນຊິກ, ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ແລະ ສະຫະພາບ ເອີຣົບ (ອີຢູ)
ຫວຽດນາມ ຮັບປະກັນສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດແບບເປີດອົກເປີດໃຈໃຫ້ບັນດາວິສາຫະກິດ ອີຢູ - ảnh 1ທ່ານເອກອັກຄະລັດຖະທູດ ຫວູແອງກວາງ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ອີຢູ  (ເບື້ອງຊາຍ)

ພ້ອມກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ອີຢູ - ຫວຽດນາມ ແລະ ສະຖາບັນຄົ້ນຄວ້າອາຊີຂອງ ອີຢູ, ໄດ້ຈັດຕັ້ງກອງປະຊຸມສຳມະນາ ເພື່ອແນໃສ່ຊຸກຍູ້ບັນດາບາດກ້າວ ມຸ່ງໄປເຖິງການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA). ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວູແອງກວາງ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ອີຢູ, ຮຽກຮ້ອງໃຫ້ ອີຢູ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ແລະ ພາກພື້ນອາຊຽນກ່ວາອີກ. ທ່ານເອກອັກຄະລັດຖະທູດ ຖືວ່າ: EVFTA ແມ່ນເອກະສານມີຄວາມດຸ່ນດ່ຽງ, ມີຜົນປະໂຫຍດໃຫ້ທັງ ອີຢູ ແລະ ຫວຽດນາມ, ພິເສດ ແມ່ນສ້າງຄວາມສະດວກໃຫ້ບັນດາບໍລິສັດ ອີຢູ ໄດ້ເຊື່ອມຕໍ່, ສຳຜັກກັບຕະຫລາດ ຫວຽດນາມ, ປະກອບສ່ວນຊຸກຍູ້ກ່ຽວກັບການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ອີຢູ - ຫວຽດນາມ.

        ສ່ວນທ່ານ Pierre Groning ຜູ້ອຳນວຍການຮັບຜິດຊອບນະໂຍບາຍການຄ້າຂອງສະຫະສະມາຄົມການຄ້າສາກົນ ຕີລາຄາວ່າ ຫວຽດນາມ ພວມໄປຖືກທິດຕາມຄຳໝັ້ນສັນຍາດ້ວຍບັນດາມາດຕະຖານກ່ຽວກັບແຮງງານ ແລະ ການພັດທະນາແບບຍືນຍົງໃນການຄ້າ ແລະ ການພັດທະນາ. ທ່ານ Groning ຢືນຢັນວ່າ FTA ກັບ ຫວຽດນາມ ແນ່ນອນວ່າ ຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ ອີຢູ. ທ່ານ Groning ເຊື່ອໝັ້ນວ່າ ສັນຍາດັ່ງກ່າວ ຈະໄດ້ຮັບການໃຫ້ສັດຕະຍາບັນໃນອາຍຸການນີ້ຂອງລັດຖະສະພາ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ