ຫວຽດນາມ ຮັບຮູບເງົາເອກະສານ 30 ເລື່ອງທີ່ມີຄຸນຄ່າດ້ານປະຫວັດສາດ

(VOVWORLD) - ຄະນະກຳມະການສາທາລະນະສຸກ ໂຮນລັງ - ຫວຽດນາມ ແລະ ສະຖາບັນສຳເນົາເອກະສານ Joris Ivens ໄດ້ມອບຮູບເງົາເອກະສານ 33 ເລື່ອງທີ່ມີຄຸນຄ່າປະຫວັດສາດໃຫ້ສະຖາບັນຟິມຮູບເງົາ ຫວຽດນາມ ໃນຕອນເຊົ້າວັນທີ 19 ຕຸລາ.
ຫວຽດນາມ ຮັບຮູບເງົາເອກະສານ 30 ເລື່ອງທີ່ມີຄຸນຄ່າດ້ານປະຫວັດສາດ - ảnh 1 ສະຖາບັນຟິບຮູບເງົາ ຫວຽດນາມ ຕ້ອນຮັບເອກະສານລ້ຳຄ່າ

ນີ້ແມ່ນບັນດາຮູບເງົາເອກະສານໂດຍບັນດານັກຜະລິດຮູບເງົາຊາວຕ່າງປະເທດຖ່າຍທຳຢູ່ ຫວຽດນາມ ໃນຊຸມປີ 60, 70 ຂອງສະຕະວັດກ່ອນ, ເຄີຍໄດ້ຮັບຄວາມສົນໃຈຈາກເພື່ອນມິດສາກົນເປັນຈຳນວນຫຼວງຫຼາຍ ກໍ່ຄືຍາດໄດ້ຫຼາຍລາງວັນສາກົນ. ໃນນັ້ນມີ 29 ເລື່ອງໂດຍບັນດານັກຜະລິດຮູບເງົາຊາວຕ່າງປະເທດປະຕິບັດຢູ່ ຫວຽດນາມ ໃນຊຸມປີ 70 ແລະ ຟີມຮູບເງົາ 4 ເລື່ອງໂດຍນັກຜະລິດຮູບເງົາ Joris Ivens ຖ່າຍທຳຢູ່ ຫວຽດນາມ ແຕ່ປີ 1965 – 1968. ພິເສດ, ໃນນັ້ນມີຟິມ “ການພົບປະກັບ ໂຮ່ຈີມິນ” ເຊິ່ງແມ່ນຟິມຮູບເງົາຕ່າງປະເທດສຸດທ້າຍໂດຍຕ່າງປະເທດຖ່າຍທຳ ແລະ ອັດສຽງຄຳເວົ້າຂອງປະທານ ໂຮ່ຈີມິນ. ທ່ານ ຫວູງວຽນຮູ່ງ, ຫົວໜ້າສະຖາບັນຟິບຮູບເງົາ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນໄລຍະສົງຄາມຕ້ານ ອາເມລິກາ ດຸເດືອດທີ່ສຸດ, ເພື່ອນມິດສາກົນໄດ້ມາ ຫວຽດນາມ ເພື່ອຖ່າຍທຳບັນດາຮູບເງົາກ່ຽວກັບສົງຄາມເປັນທຳຂອງ ຫວຽດນາມ ແມ່ນສິ່ງປະເສີດທີ່ສຸດ. ເຂົາເຈົ້າໄດ້ສະແດງໃຫ້ເຫັນອາລົມຈິດອັນຈິງໃຈທີ່ສຸດ. ໃນຮູບເງົາ 33 ເລື່ອງນັ້ນ ໄດ້ສະແດງບັນດາແງ່ມູມທີ່ແຕກຕ່າງກັນ, ແຕ່ລ້ວນແຕ່ໃຫ້ໂລກເຂົ້າໃຈໄດ້ວ່າ ບັ້ນຮົບຂອງພວກເຮົາແມ່ນບັ້ນຮົນທີ່ເປັນທຳ ເພື່ອຕ້ານຄືນສົງຄາມບໍ່ເປັນທຳ”

ຕອບກັບ

ຂ່າວ/ບົດ​ອື່ນ