ຫວຽດນາມ “ຮ່ວມແຮງຮ່ວມໃຈ ແກ້ໄຂສະພາບ ຂາດຄວາມດຸນດຽງ ລະຫວ່າງຍິງ - ຊາຍເມື່ອເກີດລູກ“

ຫວຽດນາມ “ຮ່ວມແຮງຮ່ວມໃຈ ແກ້ໄຂສະພາບ ຂາດຄວາມດຸນດຽງ ລະຫວ່າງຍິງ - ຊາຍເມື່ອເກີດລູກ“ - ảnh 1
(​ງານ​ໂຮມ​ຊຸມນຸມ​“ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​
ສະພາບ​ຂາດ​ຄວາມ​ດຸນ​ດຽງ​ທາງ​ເພດ​ເມື່ອ​​ເກີດ​ລູກ“)


(vovworld) - ຕອນ​ເຊົ້າ​ວັນ​ທີ 28/9, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ຊາວນາ​ຫວຽດນາມ ສົມທົບ​ກັບ​ກອງ​ທຶນ​ຈຳນວນ​ປະຊາກອນ ສປຊ (UNFA) ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​“ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ສະພາບ​ຂາດ​ຄວາມ​ດຸນ​ດຽງ​ລະຫວ່າງຍິງ - ຊາຍ​ເມື່ອ​​ເກີດ​ລູກ“. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

 ຕາມ​ທ່ານ Arthur Erken, ຫົວໜ້າ ກອງ​ທຶນ​ຈຳນວນ​ປະຊາກອນ ສປຊ ປະຈຳ​ຫວຽດນາມ ​ແລ້ວ, ປະຈຸ​ບັນ​ຢູ່​ອາຊີ​ພວມ​ຂາດ​ເດັກ​ຍິງ 117 ລ້ານ​ຄົນ, ນີ້​ແມ່ນ​ຜົນ​ສະທ້ອນ​ຈາກ​ການຈຳ​ແນ​ກການ​ປະ​ພືດ​ລະຫວ່າງ​ຍິງ - ຊາຍ. ຖ້າ​ຫາກສະພາບ​ການ​ນີ້​​ເກີດ​ຂຶ້ນໃນ​ໄລຍະ​ຍາວມັນ​ຈະ​ເປັນ​ຜົນ​ສະທ້ອນຮ້າຍ​ແຮງທີ່​ສຸດ. ດັ່ງ​ນັ້ນຕ້ອງ​ແກ້​ໄຂ​ບັນຫາ​ນີ້​ຍິ່ງ​ໄວ​ກໍ​ຍິ່ງ​ດີ.

        ທ່ານ​ຫງວຽນ​ກວົກ​ເກື່ອງ, ປະທານ​ສະມາຄົມ​ຊາວນາ​ຫວຽດນາມ​ໃຫ້​ຮູ້​ວ່າ, ການ​ແກ້​ໄຂສະພາບ​ຂາດ​ຄວາມ​ດຸນ​ດຽງ​ລະຫວ່າງ​ຍິງ - ຊາຍ​ເມື່ອ​​ເກີດ​ລູກ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ:

        “ດ້ວຍ​ບົດບາດ​ແມ່ນ​ອົງການ​ການ​ເມືອງ, ສັງຄົມ​ຂອງ​ຊາວ​ກະ​ສີກ​ອນ. ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ, ສະຫະພັນ​ແມ່ຍິງ​ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຍູ້​ແຮງ​ການ​ໂຄສະນາ, ສຶກສາ, ຂົນຂວາຍ​ພະນັກງານ, ສະມາຊິກ​ສະຫະພັນ​ຍົກ​ສູງ​ຄວາມ​ຮູ້ ​ແລະ ຄວາມ​ສຳຄັນ​ຂອງ​ບັນຫາ​ຂາດ​ຄວາມ​ດຸນ​ດຽງ​ລະຫວ່າງ​ຍິງ​ຊາຍ​ສຳລັບຄວາມສຸກ​ໃນ​ຄອບຄົວ, ອະນາຄົດ​ຂອງ​ລູກ​ຫຼານ ​ແລະ ສຳລັບ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ, ຈາກ​ນັ້ນ​ປະກອບສ່ວນ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ ຊາຍ ​ແລະ ​ແກ້​ໄຂສະພາບ​ຂາດ​ຄວາມ​ດຸນ​ດຽງ​ລະຫວ່າງ​ຍິງ - ຊາຍ​ເມື່ອ​​ເກີດ​ລູເທື່ອ​ລະ​ກ້າວ “.

ຂ່າວ/ບົດ​ອື່ນ