ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ​ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່ ສ​ປ​ຊ, ຢຸດ​ຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຕໍ່​ກູ​ບາ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໃຫ້ຮູ້ວ່າ ຫວຽດນາມ ຕິດຕາມສະພາບການທີ່ພວມເກີດຂຶ້ນຢູ່ກູບາ ແລະ ເຊື່ອໝັ້ນວ່າ ປະຊາຊົນ ກູບາຈະຜ່ານຜ່າບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ໂດຍໄວ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ​ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່ ສ​ປ​ຊ, ຢຸດ​ຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຕໍ່​ກູ​ບາ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ

ຄະນະກຳມະການປະສານງານຂອງ ຂະບວນການບໍ່ຮ່ວມກຸ່ມ (CoB-NAM) ຢູ່ ສປຊ ຈັດກອງປະຊຸມໃນວັນທີ 21 ກໍລະກົດ ເພື່ອຮັບຟັງ ກູບາ ແຈ້ງໃຫ້ຊາບກ່ຽວກັບບັນດາການຜັນແປຫວ່າງມໍ່ມານີ້ຢູ່ປະເທດນີ້. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງ ຜູ້ຕາງໜ້າ ກ່ວາ 100 ທ່ານ ທີ່ມາຈາກບັນດາປະເທດສະມາຊິກ ຂະບວນການບໍ່ຮ່ວມກຸ່ມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໃຫ້ຮູ້ວ່າ ຫວຽດນາມ ຕິດຕາມສະພາບການທີ່ພວມເກີດຂຶ້ນຢູ່ກູບາ ແລະ ເຊື່ອໝັ້ນວ່າ ປະຊາຊົນ ກູບາຈະຜ່ານຜ່າບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ໂດຍໄວ. ຫວຽດນາມ ຄັດຄ້ານເລື່ອງຈັດວາງບັນດາຄຳສັ່ງຂວ້ຳບາດແບບພຽງລຳພັງຝ່າຍດຽວ ແລະ ບັນດາມາດຕະການບັງຄັບຕໍ່ປະເທດທີ່ມີອະທິປະໄຕ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ເລື່ອງສືບຕໍ່ຮັກສາຄຳສັ່ງຂວ້ຳບາດຕໍ່ ກູບາ ແມ່ນບໍ່ຊອບທຳ ແລະ ໄດ້ສ້າງບັນດາຜົນເສຍຫາຍຢ່າງຍິ່ງ

ຕໍ່ທຸກດ້ານສຳລັບພື້ນຖານເສດຖະກິດກູບາ, ໃນນັ້ນມີບັນດາຄວາມຫຍຸ້ງຍາກທີ່ພາໄປເຖິງສະພາບການຄືໃນປັດຈຸບັນ.

ຫວຽດນາມ ຮຽກຮ້ອງໃຫ້ ອາເມລິກາປະຕິບັດມະຕິເລກທີ 289 ຂອງ ສະມັດຊາໃຫຍ່ ສປຊ ທີ່ໄດ້ຮັບການຮັບຮອງເອົາໃນວັນທີ 23 ມິຖຸນາ 2021 ເພື່ອແນໃສ່ຢຸດຕິຄຳສັ່ງຂວ້ຳບາດແບບພຽງລຳພັງຝ່າຍດຽວສຳລັບກູບາ, ຊ່ວຍໃຫ້ກູບາສາມາດ ມີຄວາມເສລີໃນການເຂົ້າຮ່ວມ ໃນບັນດາການພົວພັນເສດຖະກິດ ແລະ ການຄ້າ ທີ່ສອດຄ່ອງກັບກົດໝາຍສາກົນຢ່າງສະເໝີພາບ ແລະ ຍຸຕິທຳ. ຫວຽດນາມ ຮຽກຮ້ອງໃຫ້ ອາເມລິກາປ່ຽນແປງທ່າອ່ຽງນະໂຍບາຍ ໃນປັດຈຸບັນສຳລັບກູບາ, ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງ ປະຊາຊົນສອງປະເທດເທົ່ານັັ້ນ ຫາກຍັງເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ