ຫວຽດນາມ ຮຽກຮ້ອງໃຫ້ຍູ້ແຮງວຽກງານຝຶກແອບ ແລະ ສ້າງກໍາລັງຄວາມສາມາດໃຫ້ແກ່ກໍາລັງຮັກສາສັນຕິພາບ ສປຊ

(VOVWORLD) -  ວັນທີ 7 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດໍາເນີນກອງປະຊຸມປຶກສາຫາລືເປີດ ດ້ວຍຫົວຂໍ້ວ່າ “ການລົງທຶນໃຫ້ແກ່ສັນຕິພາບ: ວຽກງານຝຶກແອບ ແລະ ກໍ່ສ້າງກໍາລັງໃຫ້ມີຄຸນນະພາບ ເພື່ອແນໃສ່ເພີ່ມທະວີຄວາມປອດໄພ, ຄວາມໝັ້ນຄົງ ແລະ ການປະຕິບັດຢ່າງມີປະສິດທິຜົນໃຫ້ແກ່ກໍາລັງຮັກສາສັນຕິພາບ ສປຊ” ໂດຍທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ເປັນປະທານ.
ຫວຽດນາມ ຮຽກຮ້ອງໃຫ້ຍູ້ແຮງວຽກງານຝຶກແອບ ແລະ ສ້າງກໍາລັງຄວາມສາມາດໃຫ້ແກ່ກໍາລັງຮັກສາສັນຕິພາບ ສປຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ,  ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ  ສປຊ (ພາບ:TTXVN) 

ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ,  ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ  ສປຊ ຖືວ່າ ບັນດາປະເທດຄວນຕັ້ງໜ້າສະໜັບສະໜູນ ແລະ ຜັນຂະຫຍາຍຖະແຫຼງການຄໍາໝັ້ນສັນຍາລວມກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນປີ 2018. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ການລົງທຶນໃສ່ວຽກງານຝຶກແອບ ແລະ ກໍ່ສ້າງກໍາລັງຄວາມສາມາດ ຄວນໄດ້ຮັບການປະຕິບັດຢ່າງຄົບຊຸດຢູ່ໃນລະດັບທີ່ແຕກຕ່າງກັນ, ໃນນັ້ນ ຄວນຄິດໄລ່ເຖິງຄວາມຮຽກຮ້ອງຕ້ອງການສະເພາະພິເສດຂອງແຕ່ລະບໍລິເວນ ແລະ ຂອງບັນດາພາລະກອນຍິງ. ຢູ່ໃນລະດັບຊາດ, ບັນດາປະເທດຄວນເພີ່ມທະວີວຽກງານກວດກາຄືນ, ກະກຽມ ແລະ ຝຶກແອບກໍາລັງເພື່ອຕອບສະໜອງຖືກຕ້ອງຕາມບັນດາມາດຕະຖານ ຂອງ ສປຊ, ໃນນັ້ນຕ້ອງເອົາໃສ່ເປັນພິເສດເຖິງການຝຶກແອບກ່ອນການຜັນຂະຫຍາຍ. ບັນດາເອກະສານທີ່ເປັນປະໂຫຍດຂອງ ສປຊ ຄວນໄດ້ຮັບການອັບເດັດເປັນປະຈໍາ, ຢູ່ໃນລະດັບພາກພື້ນ, ບັນດາປະເທດຄວນເພີ່ມທະວີການສົມທົບແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ, ລວມທັງການຮ່ວມມືລະຫວ່າງບັນດາສູນຝຶກແອບ. ຢູ່ໃນລະດັບທົ່ວໂລກ, ລະບົບຂອງ ສປຊ ຄວນສົ່ງເສີມການພົວພັນຄູ່ຮ່ວມມື, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ລະຫວ່າງບັນດາອົງການຂອງ ສປຊ, ໂດຍສະເພາະແມ່ນ ສະພາຄວາມໝັ້ນຄົງ, ຄະນະເລຂາ ແລະ ບັນດາປະເທດ ທີ່ຈັດສົ່ງທະຫານໄປ, ສ້າງຂັ້ນຕອນຖືກຕາມມາດຕະຖານ, ຮັບປະກັນແຫຼ່ງງົບປະມານໃຫ້ແກ່ການເຄື່ອນໄຫວຝຶກແອບ. 

ຕອບກັບ

ຂ່າວ/ບົດ​ອື່ນ