ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ ຢູ່​ເຢ​ແມນ ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ

(VOVWORLD) -ວັນທີ 14 ກໍລະກົດ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບສະພາບການຢູ່ ເຢແມນ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ ຢູ່​ເຢ​ແມນ ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ - ảnh 1ກອງປະຊຸມ ຂອງ ສປຊ ປຶກສາຫາລື ກ່ຽວກັບສະພາບການຢູ່ ເຢແມນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອຸປະທູດ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບສະພາບການປິນຂັ້ນໄດທາງການທະຫານ ທີ່ເກີດຂຶ້ນຫຼາຍບ່ອນຢູ່ ເຢແມນ ແລະ ບັນດາບັ້ນບຸກໂຈມຕີຢູ່ເຂດຊາຍແດນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິບັນດາການກະທຳທີ່ເປັນປໍລະປັກ, ການຮ່ວມມືກັບທູດພິເສດ ຈະໄດ້ຮັບການແຕ່ງຕັ້ງໃນອະນາຄົດຂອງ ທ່ານເລຂາທິການ ໃຫຍ່ ສປຊ ກ່ຽວກັບ ເຢແມນ ແລະ ຄົ້ນຄ້ວາຂໍ້ສະເໜີສັນຕິພາບ ໂດຍ ສປຊ ນຳໜ້າ. ຜູ້ຕາງໜ້າ ຫວຽດນາມ ໄດ້ກ່າວເຕືອນ ບັນດາການບຸກໂຈມຕີເລັ່ງໃສ່ສາມັນຊົນ, ພິເສດແມ່ນ ແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງ ສະໜັບສະໜູນຄຳຮຽກຮ້ອງຂອງ ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (UNICEF) ກ່ຽວກັບການຮັບປະກັນບັນດາການບໍລິການເບິ່ງແຍງດູແລທີ່ຈຳເປັນ ແລະ ສິດໃນການໄປຮຽນໃຫ້ແກ່ເດັກນ້ອຍຢູ່ ເຢແມນ.

        ແລະກໍ່ໃນວັນດຽວກັນ, ຢູ່ສຳນັກງານ ສປຊ ຢູ່ເຊີແນວ, ສະວິດ, ສະພາສິດທິມະນຸດ ສປຊ ໄດ້ສິ້ນສຸດ ກອງປະຊຸມນັດສາມັນ ຄັ້ງທີ 47, ດ້ວຍມະຕິ 27 ສະບັບທີ່ໄດ້ຮັບການຮັບຮອງເອົາ, ໃນນັ້ນມີມະຕິກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ສິດທິມະນຸດໂດຍຫວຽດນາມ ເປັນປະທານ ພ້ອມກັບ ບັງກະລາເທດ ແລະ ຟີລິບປິນ ຮຽບຮຽງ ແລະ ສະເໜີ, ເອົາໃຈໃສ່ຮັບປະກັນສິດທິຂອງບັນດາກຸ່ມຄົນທີ່ຄວາມສ່ຽງ, ພິເສດແມ່ນຄົນພິການ, ຜູ້ມີອາຍຸສູງ.

ຕອບກັບ

ຂ່າວ/ບົດ​ອື່ນ