ຫວຽດ​ນາມ ເຂົ້າ​ຮ່ວມ ວາ​ລະປຶກ​ສາ​ຫາ​ລືຂັ້ນ​ສູງຜ່ານ​ທາງ​ອອນ​ລາຍ​ຂອງ ສະ​ພາ​ຄວາມໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ

(VOVWORLD) -ໃນວັນທີ 3 ພະຈິກ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຜ່ານທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້: “ກໍ່ສ້າງ ແລະ ຮັກສາສັນຕິພາບ: ບັນດາປັດໃຈທີ່ກໍ່ໃຫ້ເກີດການປະທະກັນ ແລະ ຂາດຄວາມໝັ້ນຄົງ”. 
ຫວຽດ​ນາມ ເຂົ້າ​ຮ່ວມ ວາ​ລະປຶກ​ສາ​ຫາ​ລືຂັ້ນ​ສູງຜ່ານ​ທາງ​ອອນ​ລາຍ​ຂອງ ສະ​ພາ​ຄວາມໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ - ảnh 1 ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ເລຮ່ວາຍຈຸງ ຖືວ່າ ຄວນສ້າງບັນດາສາຍພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ວັດທະນະທຳເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ຕາມນັ້ນແລ້ວ, ຄວນເຊີດຊູລັດທິຫຼາຍຝ່າຍດ້ວຍບົດບາດເປັນໃຈກາງຂອງສະຫະປະຊາຊາດໃນການຮ່ວມມືສາກົນ. ພ້ອມກັນນັ້ນ, ສະພາຄວາມໝັ້ນຄົງ ຄວນເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂບັນດາສາຍເຫດຕົ້ນຕໍຂອງການປະທະກັນ ແລະ ຂາດຄວາມໝັ້ນຄົງ, ລວມມີການເຂົ້າຮ່ວມບັນດາໄລຍະທັງໝົດຂອງການປະທະກັນຈາກການສະກັດກັ້ນ, ກ່າວເຕືອນໂດຍໄວຕະຫຼອດຮອດການສະເໜີມາດຕະການ, ຈາກການຟື້ນຟູຕະຫຼອດຮອດການພັດທະນາແບບຍືນຍົງພາຍຫຼັງການປະທະກັນ. ເນື່ອງໃນໂອກາດນີ້, ທ່ານ ເລຮ່ວາຍຈຸງ ຢັ້ງຢືນວ່າ: ຫວຽດນາມ ໄດ້, ພວມ ແລະ ຈະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ກຽມພ້ອມປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນແນໃສ່ຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ