ຫວຽດນາມ ເຂົ້າຮ່ວມ ວາລະປຶກສາຫາລືຂອງ UNESCAP ຢູ່ໄທ

ຫວຽດນາມ ເຂົ້າຮ່ວມ ວາລະປຶກສາຫາລືຂອງ UNESCAP ຢູ່ໄທ - ảnh 1
( ຫວຽດນາມ ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ຂອງ UNESCAP ຢູ່​ໄທ )

( vovworld ) -   ວັນ​ທີ 21/5, ຄະນະ​ກຳມະການ​ເສດຖະກິດ​ສັງຄົມ​ພາກ​ພື້ນ​ມອາຊີ - ປາຊີ​ຟິກ ຂອງ​ສະຫະ​ປະຊາ​ຊາດ (  UNESCAP ) ​ໄດ້​ເປີດ​ວາລະ​ປຶກສາ​ຫາລື​ຂັ້ນ​ລັດຖະມົນຕີ​ເຊິ່ງ​ແກ່ຍາວ​ໃນ​ເວລາ 3 ວັນ ​ໃນ​ຂອບ​ເຂດ​ກອງປະຊຸມ​ປະ​ຈຳປີ​ຄັ້ງ​ທີ 68 ຢູ່​ນະຄອນຫຼວງບາງກອກ, ປະ​ເທດ​ໄທ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Le Luong Minh ນຳ​ໜ້າ, ​ໄດ້​ເຂົ້າ​ຮ່ວມ​ວາລະ​ປະຊຸມ.

   ກ່າວ​ຄຳ​ເຫັນ​ທີ່​ບັນດາ​ວາລະ​ປຶກສາ​ຫາລື, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Le Luong Minh ​ໄດ້​ຢືນຢັນ​ວ່າ ​ເພື່ອ​ຮັກສາ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ລະດັບ​​ເຕີບ​ໂຕ​ໃນ​ສະພາບ​ເສດຖະກິດ​ໂລກ​ມີ​ການ​ຜັນ​ແປ່ຢ່າງ​ສັບ​ສົນ​ຄື​ປະຈຸ​ບັນ, ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ຄວນ​ເພີ່ມ​ທະວີ​ກົນ​ໄກ​ທາ​ບທາມ ​ແລະ ສົມທົບ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ​ໂດຍ​ສະ​ເພາະ​ແມ່ນ​ນະ​ໂຍບາຍ​ການ​ຄ້າ, ​ເພື່ອ​ສະກັດ​ກັ້ນ​ຄວາມ​ຂາດ​ຄວາມ​ສະຫງົບ​ໝັ້ນ​ທຽງດ້ານການ​​ເງິນ ​ແລະ ​ເງິນຕາ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Le Luong Minh ​ໄດ້​ຊີ້​ແຈ້ງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັກສາ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ຮັກສາ​ລະດັບ​ເຕີບ​ໂຕ. ນອກຈາກ​ນັ້ນ​ແລ້ວ, ຫວຽດນາມ ກໍ​ພວມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​​ເປົ້າໝາຍ​ພັດທະນາ​ສະຫັດ​ສະ​ວັດ ( MDG ) ​ແລະ ຈະ​ສຳ​ເລັດ​ບັນດາ​​ເປົ້າໝາຍ​ດັ່ງກ່າວ​ໃຫ້​ຖືກ​ຕາມ​ກຳນົດ​​ເວລາ​ແມ່ນໃນ​ປີ 2015. ​ໂດຍ​ຮັບ​ຮູ້ບັນດາການ​ປະກອບສ່ວນ​ຂອງ​ຫວຽດນາມ, ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​​ແຕ່ງ​ຕັ້ງ​ຫວຽດນາມ ສືບ​ຕໍ່​ແມ່ນ​ສະມາຊິກ​ສູນ​ກົນ​ຈັກ ​ແລະ ​ເຄື່ອງ​ຈັກ​ຮັບ​ໃຊ້​ກະ​ສິ​ກຳ ( APCACEM ) ຂອງ UNESCAP ດ້ວຍ​ບັດ​ສະໜັບສະໜູນຫຼາຍ.

ຂ່າວ/ບົດ​ອື່ນ