ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 143

(VOVWORLD) -ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວູຫາຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ຂອງ ສະພາແຫ່ງຊາດ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 143 - ảnh 1ພິທີໄຂກອງປະຊຸມ ສະມັດຊາໃຫຍ່ ສະຫະພັນລັດຖະສະພາສາກົນ ຄັ້ງທີ 143 (ພາບ: TTXVN)

ຕອນຄ່ຳວັນທີ 26 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Madrid ຂອງ ແອັດສະປາຍ, ກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາສາກົນ ຄັ້ງທີ 143 (IPU 143) ໂດຍ ລັດຖະສະພາ ແອັດສະປາຍ ເປັນເຈົ້າພາບໄຂຂຶ້ນ ເຊິ່ງມີການເຂົ້າຮ່ວມໂດຍກົງຂອງ ພະເຈົ້າມະຫາຊີວິດ ແອັດສະປາຍ Don Felipe VI, ທ່ານປະທານສະພາຕ່ຳ Meritxell Batet ແລະ ທ່ານປະທານສະພາສູງ Ander Gil ຂອງ ແອັດສະປາຍ; ທ່ານປະທານ IPU Duarte Pacheco ແລະ ຜູ້ແທນເກືອບ 1.500 ທ່ານທີ່ມາຈາກລັດຖະສະພາ 123 ປະເທດສະມາຊິກ, 8 ປະເທດສະມາຊິກຮ່ວມກຸ່ມ… ປະທານສະມັດຊາໃຫຍ່ ສປຊ ແລະ ເລຂາທິການໃຫຍ່ ສປຊ ກໍໄດ້ສົ່ງຄຼິບວິດີໂອສົ່ງສານຊົມເຊີຍ ກອງປະຊຸມຄັ້ງນີ້.

        ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວູຫາຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ຂອງ ສະພາແຫ່ງຊາດ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ.

        ໃນວັນດຽວກັນ, ຄະນະຜູ້ແທນ ຫວຽດນາມ ໄດ້ມີການພົບປະກັບທ່ານ Guardiansi Cambos, ຫົວໜ້າສະຖານກົງສູນກິດຕິມະສັກ ຫວຽດນາມ ປະຈຳ Barcelona ເພື່ອແລກປ່ຽນ, ປຶກສາຫາລືກ່ຽວກັບກາລະໂອກາດຮ່ວມມືພັດທະນາລະຫວ່າງສອງປະເທດ.

        ນັບແຕ່ວັນທີ 27 ຫາວັນທີ 30 ພະຈິກ 2021, ຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຂອງສະມັດຊາໃຫຍ່ ເຊິ່ງລວມມີ ສະພາບໍລິຫານ, ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຂອງສະມັດຊາໃຫຍ່ ແລະ ເຂົ້າຮ່ວມບັນດາເນື້ອໃນຂອງບັນດາຄະນະກຳມະການປະຈຳການ ກ່ຽວກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ພັດທະນາແບບຍືນຍົງ, ປະຊາທິປະໄຕສິດທິມະນຸດ, ບັນດາບັນຫາ ສປຊ, ເວທີປາໄສສະມາຊິກລັດຖະສະພາເພດຍິງ, ສະຫະສະມາຄົມບັນດາເລຂາທິການໃຫຍ່ລັດຖະສະພາ (ASGP) ແລະ ມີການພົບປະສອງຝ່າຍບາງຄັ້ງຢູ່ນອກກອງປະຊຸມ. /.

ຕອບກັບ

ຂ່າວ/ບົດ​ອື່ນ