ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ

(VOVWORLD) - ດ້ວຍບັນດາເນື້ອໃນຈຸດສຸມແມ່ນບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ, ວັນທີ 23 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ຄັ້ງທີ 11 ໄດ້ຖືກໄຂຂຶ້ນຢູ່ນະຄອນຫລວງ ມານີລາ, ປະເທດ ຟິລິບປິນ. 
ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ - ảnh 1ທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ 

ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີິລິບປິນ Delfin Lorenzana ໃຫ້ຮູ້ວ່າ: ຟີລິບປິນ ຈະສະເໜີບາງຂໍ້ລິເລີ່ມຊຶ່ງລວມມີລາຍການເຮັດວຽກແກ່ຍາວເປັນເວລາ 3 ປີ ສຸມໃສ່ເຂົ້າໃນບັນດາເປົ້າໝາຍປະສານງານ, ເຮັດໃຫ້ຄວາມມານະພະຍາຍາມຂອງ ADMM 11: ເໝາະສົມ ແລະ ບັນລຸມາດຕະຖານ, ນີ້ແມ່ນບັນດາບາດກ້າວເດີນຈຳເປັນເພື່ອຊຸກຍູ້ກົນໄກຮ່ວມມືຢ່າງມີປະສິດທິຜົນ. ກອງປະຊຸມນີ້ກໍ່ຫວັງວ່າຈະບັນລຸໄດ້ບັນດາກອບກົນໄກ ໃຫ້ການໜູນຊ່ວຍກັບທາງດ້ານການເດີນເຮືອ, ແລກປ່ຽນການສຶກສາ ແລະ ຝຶກອົບຮົມ…

ແລະກໍ່ໃນວັນດຽວກັນ, ທີ່ກອງປະຊຸມ ADMM – 11, ບັນດາຫົວໜ້າຄະນະຜູ້ແທນປະເທດຕ່າງໆໄດ້ເຊັນຖະແຫຼງການຮ່ວມຂອງ ADMM – 11 ກ່ຽວກັບ “ການຮ່ວມແຮງຮ່ວມໃຈເພື່ອປ່ຽນແປງ, ເຊື່ອມໂຍງເຂົ້າກັບໂລກ”. ຖະແຫຼງການຮ່ວມໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ກໍ່ຄືຄວາມຕ້ອງການເພີ່ມທະວີຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມີຄວາມລະງັບໃຈໃນບັນດາການເຄື່ອນໄຫວ, ຫຼິກລ້ຽງບັນດາການກະທຳອາດຈະກໍ່ຄວາມສັບສົນ, ເດີນຕາມບັນດາມາດຕະການຊ່ວຍແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມືສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ຕອບກັບ

ຂ່າວ/ບົດ​ອື່ນ