ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະສະພາກ່ຽວກັບການສົນທະນາດ້ານສາສະໜາຂອງ IPU

(VOVWORLD) - ທ່ານ ດົນຕວນຟອງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ
ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະສະພາກ່ຽວກັບການສົນທະນາດ້ານສາສະໜາຂອງ IPU - ảnh 1ທ່ານ ດົນຕວນຟອງ, ຮອງຫົວໜ້າກຳມາທິການການຕ່າງປະເທດ
(ພາບ: TTXVN)

        ແຕ່ວັນທີ 13-15 ມິຖຸນາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ດົນຕວນຟອງ, ຮອງຫົວໜ້າກຳມາທິການການຕ່າງປະເທດເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມກອງປະຊຸມລັດຖະສະພາກ່ຽວກັບການສົນທະນາດ້ານສາສະໜາ ໂດຍ ສະຫະພັນລັດຖະສະພາໂລກ (IPU) ສົມທົບກັບລັດຖະສະພາ ມາຣົກ ຈັດຂຶ້ນຢູ່ນະຄອນ Marrakech, ມາຣົກ.

        ກ່າວຄຳເຫັນທີ່ວາລະສົນທະນາຄົບຄະນະ, ທ່ານ ດົນຕວນຟອງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ; ຍົກອອກບັນດາຜົນງານໃນການຮັບປະກັນ, ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ. ຄະນະ ຫວຽດນາມ ກໍ່ໄດ້ແຈ້ງບັນດາຂໍ້ມູນກ່ຽວກັບເລື່ອງສະພາແຫ່ງຊາດ ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກຂອງ IPU ຄັ້ງທີ 9, ໃນເດືອນ ກັນຍາ 2023 ດ້ວຍຫົວຂໍ້ “ບົດບາດຂອງໄວໜຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການຫັນເປັນດີຈີຕອນ ແລະ ນະວັດຕະກຳ”.

ຕອບກັບ

ຂ່າວ/ບົດ​ອື່ນ