ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມເສດຖະກິດອາຊຽນຄັ້ງທີ 9

ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມເສດຖະກິດອາຊຽນຄັ້ງທີ 9 - ảnh 1
ກອງ​ປະຊຸມ​ສະພາປະຊາ​ຄົມ​ເສດຖະກິດ​ອາ​ຊຽນຄັ້ງ​ທີ 9 (AEC)
(ພາບ: gdt.gov.vn)


(vovworld) - ​ວັນ​ທີ 10/04, ທ່ານ​ລັດຖະມົນຕີ​ກກະຊວງ​ອຸດສາຫະກຳການ​ຄ້າ ​ຫວູຮຸຍ​ຮ່ວາງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາປະຊາ​ຄົມ​ເສດຖະກິດ​ອາ​ຊຽນຄັ້ງ​ທີ 9 (AEC) ຢູ່​ສູນ​ກອງ​ປະຊຸມ​ສາກົນ ນະຄອນຫຼວງ Banda Seti Begawan, ປະ​ເທດ​ບຣຸ​ໄນ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຕາຕະລາງຄະ​ແນ​ນ AEC ຕີ​ລາຄາ​ການ​ປະຕິບັດ​ແຜ​ນການ​ລະອຽດ AEC, ​ໂດຍ​ສະ​ເພາະ​ແມ່ນ​ຕາມ​ທັດສະນະ​ ຄາດໝາຍກໍ່ສ້າງ AEC ​ໃນ​ປີ 2015; ​ແລກປ່ຽນ ​ແລະ ພິຈາລະນາ​ບັນດາ​ຄວາມກ້າວ​ໜ້າ​ທີ່​ບັນລຸ​ໄດ້​ໃນ​ຄວາມ​ມານະ​ພະຍາຍາມ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ ​ແລະ ຊຸກຍູ້ການ​ແລກປ່ຽນການ​ບໍລິການ​ຕ່າງໆ ​ແລະ ຜູ້​ຊ່ຽວຊານ​ຂ້າມ​ຊາຍ​ແດນ​ລະຫວ່າງ​ບັນດາ​ປະ​ເທດ​ພາຍ​ໃນ​ກຸ່​ມ, ການ​ພັດທະນາ​ໃນ​ບັນດາ​ການ​ເຈລະຈາ​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິ​ດຢ່າງຮອບດ້ານ​ໃນ​ພາກ​ພື້ນ (RCEP) ນັບ​ແຕ່​ຂໍ້​ລິ​ເລີ່​ມນີ້​ຖືກຍົດ​ອອກ​ມາ​ເມື່ອ​ເດືອນ 11/2012, ກໍ​ຄື​ເລື່ອງ​ປະຕິບັດ​ແຜນ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ອາ​ຊຽນ. ກອງ​ປະຊຸມ​ກໍສະເໜີບັນດາ​ເນື້ອ​ໃນກ່ຽວກັບ​ບັນດາ​ບັນຫາທີ່​ກ່ຽວຂ້ອງ​​ເຖິງ​​ເລື່ອງ​ເພີ່ມ​ທະວີ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ຍູ້​​ໄວ​ການ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດຖະກິດ​ພາກ​ພື້ນ ​ເພື່ອຢືນ​ສະ​ເໜີ​ຕໍ່​ບັນດາ​ການ​ນ​ຳອາ​ຊຽນ ພິຈາລະນາ​ທີ່ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 22, ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 24 – 25/04 ຢູ່​ບຣຸ​ໄນ.

ຂ່າວ/ບົດ​ອື່ນ