ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດບັນດາປະເທດ ອາຊຽນ

(VOVWORLD) - ບົດບາດເປັນໃຈກາງ ແລະ ລັກສະນະເຫັນດີເຫັນພ້ອມລະຫວ່າງບັນດາປະເທດ ອາຊຽນ ເຊິ່ງໄດ້ກຳນົດໃນບັນດາຫຼັກການລວມຂອງ ອາຊຽນ, ພ້ອມທັງ ສະເໜີບັນດາສະມາຊິກຢັ້ງຢືນລັກສະນະເປັນເອກະລາດຂອງ ອາຊຽນ ໃນທຸກການຕັດສິນທີ່ກ່ຽວຂ້ອງເຖິງບັນດາບັນຫາຄວາມໝັ້ນຄົງພາຍໃນກຸ່ມ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດບັນດາປະເທດ ອາຊຽນ - ảnh 1 ທ່ານພົນໂທ ຫງວຽນຈີ໊ວິ້ງ (ພາບ: TTXVN) 

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ ດ້ວຍຫົວຂໍ້ວ່າ “ຄວາມໝັ້ນຄົງແບບຍືນຍົງ” ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງພວມດຳເນີນຢູ່ ເພັດຈະບູຣີ, ປະເທດ ໄທ ໃນລະຫວ່າງວັນທີ 02 – 05 ເມສາ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.

        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືເນື້ອໃນຂໍ້ສະເໜີບັນດາຜູ້ສັງເກດການຂອງບັນດາກຸ່ມນັກຊ່ຽວຊານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+); ບັນດາຂໍ້ລິເລີ່ມຂອງບັນດາປະເທດສະມາຊິກຄື: ບຣຸໄນ, ມຽນມາ, ອິນໂດເນເຊຍ, ຟີລິບປີນ, ໄທ ແລະ ລາວ.

        ເຂົ້າຮ່ວມ ແລະ ປະກອບສຳເຫັນໃນກອງປະຊຸມດັ່ງກ່າວ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງ ແລະ ລັກສະນະເຫັນດີເຫັນພ້ອມລະຫວ່າງບັນດາປະເທດ ອາຊຽນ ເຊິ່ງໄດ້ກຳນົດໃນບັນດາຫຼັກການລວມຂອງ ອາຊຽນ, ພ້ອມທັງ ສະເໜີບັນດາສະມາຊິກຢັ້ງຢືນລັກສະນະເປັນເອກະລາດຂອງ ອາຊຽນ ໃນທຸກການຕັດສິນທີ່ກ່ຽວຂ້ອງເຖິງບັນດາບັນຫາຄວາມໝັ້ນຄົງພາຍໃນກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ