ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສາກົນ SAITEX – ອາບຟຣີກາໃຕ້ 2017

(VOVWORLD) - ວັນທີ 25 ມິຖຸນາ, ງານຕະຫຼາດນັດສາກົນ ອາບຟຣີກາ ໃຕ້ SAITEX ຄັ້ງທີ 24 ໄຂຂຶ້ນຢູ່ນະຄອນ Johannesburg, ອາບຟຣີກາ ໃຕ້. 
ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສາກົນ SAITEX – ອາບຟຣີກາໃຕ້ 2017 - ảnh 1 ຮ້ານວາງສະແດງຂອງ ຫວຽດນາມ ທີ່ງານຕະຫຼາດນັດ

SAITEX ຄັ້ງທີ 24 ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດເກືອບ 600 ແຫ່ງທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນຢູ່ ອາບຟຣີກາ, ເອີລົບ, ອາຊີ ແລະ ພາກພື້ນ ອາເມລິກາ ລາຕີງ. ງານຕະຫຼາດນັດການຄ້າສາກົນ ອາບຟຣີກາ SAITEX ຄັ້ງທີ 24 ຈະແກ່ຍາວຮອດວັນທີ 27 ມິຖຸນາ.

        ເຂົ້າຮ່ວມງານຕະຫຼາດນັດ SAITEX ປີນີ້, ຄະນະວິສາຫະກິດ ຫວຽດນາມ ໄດ້ແນະນຳບັນດາຜະລິດຕະພັນ, ບັນດາປະເພດສິນຄ້າທີ່ພົ້ນເດັ່ນ, ຫຼາຍຮູບຫຼາຍແບບຂອງບັນດາວິສາຫະກິດທີ່ມີທ່າແຮງຂອງ ຫວຽດນາມ, ໃນນັ້ນ, ພົ້ນເດັ່ນແມ່ນບັນດາປະເພດສິນຄ້າຜະລິດຕະພັນກະເສດ, ເຄື່ອງໃຊ້ໃນຄອບຄົບ, ເຄື່ອງ ເຟີນີເຈີ, ໝາກພິກໄທ… ປະຈຸບັນ, ວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ແລະ ອາບຟຣີກາ ໃຕ້ບັນລຸກ່ວາ 1 ຕື້ USD, ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນ ກ່ຽວກັບເສດຖະກິດ ແລະ ການຄ້າ ຂອງ ຫວຽດນາມ ຢູ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ