ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບນິຕິກຳສາກົນ ປັບປຸງທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ.
ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ ກອງປະຊຸມ (ພາບ: TTXVN)

ວັນທີ 5 ທັນວາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມຄົບຄະນະ ກ່ຽວກັບມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ. ບັນດາກຸ່ມປະເທດ ແລະ ເກືອບ 40 ປະເທດກ່າວຄຳເຫັນແບ່ງປັນກ່ຽວກັບບັນດາສິ່ງທ້າທາຍໃນປັດຈຸບັນຄື: ບັນຫາມົນລະພິດສິ່ງແວດລ້ອມທະເລ, ຜົນຕາມມາທີ່ຫຍໍ້ທໍ້ ຈາກການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາອາຊີບຫາປາແບບຍືນຍົງ. ໃນສະພາບການນັ້ນ, ບັນດາປະເທດໄດ້ຍົກສູງຄຸນຄ່າ, ຄວາມເປັນເອກະພາບ ແລະ ຮອບດ້ານຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ ປີ 1982 (UNCLOS).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບນິຕິກຳສາກົນ ປັບປຸງທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດ ສືບຕໍ່ປະຕິບັດ UNCLOS ຢ່າງຄົບຖ້ວນ, ລວມມີພັນທະ ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ແລະ ເຄົາລົບອະທິປະໄຕຂອງບັນດາປະເທດແຄມທະເລ ເມື່ອດຳເນີນບັນດາການເຄື່ອນໄຫວເສດຖະກິດ ທີ່ຖືກຕ້ອງຕາມກົດໝາຍ ຢູ່ບັນດາເຂດທະເລຂອງຕົນ ເຊິ່ງໄດ້ກຳນົດຕາມ UNCLOS.

ຕອບກັບ

ຂ່າວ/ບົດ​ອື່ນ