ຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງ ລະດັບສູງຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ

(VOVWORLD) -ຕອນບ່າຍວັນທີ 14 ກໍລະກົດນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໋ຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງລະດັບສູງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ (HLPF) ຢູ່ນະຄອນ ນິວຢອກ, ອາເມລິກາ.
ຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງ ລະດັບສູງຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໋ຢຸງ ກ່າວຄຳເຫັນທີ່ເວທີປາໄສ

     ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງໄດ້ສະເໜີບົດລາຍງານສຳຫຼວດກວດກາທົ່ວປະເທດໂດຍສະໝັກໃຈ (VNR) ຂອງຫວຽດນາມ ເພື່ອຜັນຂະຫຍາຍປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ທ່ານລັດຖະມົນຕີຖືວ່າ: ເປົ້າໝາຍຂອງ VNR ຄັ້ງທີ 2 ນີ້ແມ່ນເພື່ອແບ່ງປັນຄວາມຄືບໜ້າຂອງການປະຕິບັດ SDGs; ການປ່ຽນແປງ ແລະຄວາມກ້າວຫນ້າ ທີ່ສໍາຄັນເມື່ອທຽບກັບ VNR ຄັ້ງທໍາອິດ (2018); ບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ໄດ້ວາງອອກ ແລະ ກຳນົດທິດທີ່ສຳຄັນ ເພື່ອແນໃສ່ຊຸກຍູ້ການປະຕິບັດ SDGs ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ