ຫວຽດນາມ ເຊື່ອໝັ້ນວ່າກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 43 ບັນລຸຜົນສຳເລັດຢ່າງຈົບງາມ

(VOVWORLD) -AIPA ຄັ້ງທີ 43 ແມ່ນກອງປະຊຸມສຳຄັນ, ໂດຍສືບຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41, ມີຄວາມໝາຍສຳຄັນຕໍ່ບັນດາປະເທດສະມາຊິກ ພາຍຫຼັງຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ເປັນຫຼາຍປີ ແລະ ບໍ່ສາມາດຈັດກອງປະຊຸມເຊິ່ງໜ້າໄດ້.
ຫວຽດນາມ ເຊື່ອໝັ້ນວ່າກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 43 ບັນລຸຜົນສຳເລັດຢ່າງຈົບງາມ - ảnh 1(ຄະນະຜູ້ແທນ ຫວຽດນາມ ເຂົ້າຢ້ຽມຂ່ຳນັບປະທານສະພາແຫ່ງຊາດ, ປະທານ AIPA ຄັ້ງທີ 43)

        ຕອນເຊົ້າວັນທີ 21 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ຫົວໜ້າຄະນະຜູ້ຕາງໜ້າລັດຖະສະພາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (AIPA) ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Samdech Heng Samrin, ປະທານສະພາແຫ່ງຊາດ, ປະທານ AIPA ຄັ້ງທີ 43.

        ໃນຖານະປະເທດເຈົ້າພາບ, ທ່ານ Samdech Heng Samrin, ປະທານສະພາແຫ່ງຊາດ ກຳປູເຈຍ, ເນັ້ນໜັກວ່າ AIPA ຄັ້ງທີ 43 ແມ່ນກອງປະຊຸມສຳຄັນ, ໂດຍສືບຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41, ມີຄວາມໝາຍສຳຄັນຕໍ່ບັນດາປະເທດສະມາຊິກ ພາຍຫຼັງຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ເປັນຫຼາຍປີ ແລະ ບໍ່ສາມາດຈັດກອງປະຊຸມເຊິ່ງໜ້າໄດ້.

        ໃນບົດກ່າວປາໄສຂອງຕົນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ບັນດາສິ່ງທ້າທາຍດ້ານເສດຖະກິດ, ສັງຄົມ, ການຄ້າ, ການລົງທຶນ, ການຄ້ຳປະກັນສະບຽນອາຫານ ກໍຄືການປ່ຽນແປງຂອງດິນຟ້າອາກາດ, ຮຽກຮ້ອງໃຫ້ບັນດາລັດຖະສະພາ ສວມບົດບາດນັບມື້ນັບໃຫຍ່ຫຼວງກວ່າ ໃນການຮ່ວມແຮງຮ່ວມໃຈແກ້ໄຂສິ່ງທ້າທາຍ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນການສະໜັບສະໜູນ, ການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ຕໍ່ບັນດາເນື້ອໃນຈະປຶກສາລືທີ່ກອງປະຊຸມ ແລະ ເຊື່ອໝັ້ນວ່າ, ດ້ວຍບົດຮຽນ ແລະ ການນຳພາສະຫຼາດສ່ອງໃສຂອງປະທານສະແຫ່ງຊາດ ກຳປູເຈຍ ນັ້ນ, AIPA ຄັ້ງທີ 43 ຈະບັນລຸຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ