ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ຄ້າ​ມະ​ນຸດ

(VOVWORLD) -  “ເປີດກວ້າງອ້ອມແຂນຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ” ແມ່ນຫົວຂໍ້ຂອງພິທີປຸກລະດົມຮ່ວມແຮງຮ່ວມໃຈ, ປ້ອງກັນ, ຕ້ານການຄ້າມະນຸດ ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ, ກະຊວງຕຳຫຼວດ ແລະ ແຂວງ ກວາງນິງ ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 29 ກໍລະກົດ ຢູ່ນະຄອນ ຮະລອງ, ແຂວງ ກວ໋າງນິງ.
ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ຄ້າ​ມະ​ນຸດ - ảnh 1ບັນດາຜູ້ແທນສະແດງຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈຕ້ານການຄ້າມະນຸດ (ພາບ: VOV)

ເຫດການດັ່ງກ່າວໄດ້ປະກອບສ່ວນຢັ້ງຢືນຄຳໝັ້ນສັນຍາຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ຕັດສິນໃຈເດັດດ່ຽວສະກັດກັ້ນການຄ້າມະນຸດ. ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ພົນຕີ ຫງວຽນຢຸຍຫງອກ ໄດ້ປຸກລະດົມບັ້ນເຄື່ອນໄຫວຮ່ວມແຮງຮ່ວມໃຈ ປ້ອງກັນ, ຕ້ານການຄ້າມະນຸດຢ່າງເປັນທາງການ. ນີ້ແມ່ນໜ້າທີ່ສຳຄັນ, ຮີບດ່ວນ, ເປັນປະຈຳ ແລະ ຍາວນານ. ທ່ານນາງ ຮ່າທິງາ ປະທານສະຫະພັນ ແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:

“ສະຫະພັນແມ່ຍິງ ຫວຽດນາມ ຈະສືບຕໍ່ຄົ້ນຄວ້າ, ສະເໜີແນະປັບປຸງ, ເພີ່ມເຕີມ, ສ້າງກົດໝາຍປ້ອງກັນ, ຕ້ານການຄ້າມະນຸດໃຫ້ສົມບູນແບບ, ເພີ່ມທະວີວຽກງານສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ, ໝູ່ຄະນະຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສາມາດປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດໃຫ້ດີກວ່າເກົ່າ. ພ້ອມດຽວກັນນັ້ນ, ກໍໜູນຊ່ວຍສະມາຊິກຂອງສະຫະພັນພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່, ປະກອບສ່ວນຫຼຸດຜ່ອນຄວາມສ່ຽງກາຍເປັນຜູ້ປະສົບເຄາະຮ້າຍຂອງພວກອາດຊະຍາກອນ, ພິເສດແມ່ນອາດຊະຍາກອນຄ້າມະນຸດ.”


 

ຕອບກັບ

ຂ່າວ/ບົດ​ອື່ນ