ຫວຽດ​ນາມ ເນັ້ນ​ໜັກ​ເຖິງການ​ເຈ​ລະ​ຈາ​ທີ່ແທດ​ຈິງ ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

(VOVWORLD) - ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສົມທົບກັບ ຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ແລະ OHCHR ເພື່ອແກ້ໄຂບັນດາບັນຫາສິດທິມະນຸດ.
ຫວຽດ​ນາມ ເນັ້ນ​ໜັກ​ເຖິງການ​ເຈ​ລະ​ຈາ​ທີ່ແທດ​ຈິງ ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ - ảnh 1ຜູ້ແທນ ຫວຽດນາມ ເຂົ້າຮ່ວມການເຈລະຈາ (ພາບ: TTXVN)

ວັນທີ 20 ມິຖຸນາ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ເຊີແນວ ໄດ້ຊົມເຊີຍຄວາມມານະພະຍາຍາມຂອງຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ກໍຄືຂອງຫ້ອງການຂ້າຫຼວງໃຫຍ່ສິດທິມະນຸດ ສປຊ (OHCHR) ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ທ່ານນາງຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສົມທົບກັບ ຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ແລະ OHCHR ເພື່ອແກ້ໄຂບັນດາບັນຫາສິດທິມະນຸດ.

        ກ່າວຄຳເຫັນທີ່ການເຈລະຈາກັບຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ກ່ຽວກັບບົດລາຍງານສະພາບການສິດທິມະນຸດປະຈຳປີ, ຢູ່ ເຊີແນວ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຊີ້ແຈ້ງວ່າ ຫວຽດນາມ ຮັບປະກັນຢ່າງແນວແນ່ວ່າ ປະຊາຊົນຈະໄດ້ຊົມໃຊ້ສິດທິມະນຸດຢ່າງຄົບຖ້ວນ.

        ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຈລະຈາທີ່ແທດຈິງ ແລະ ຮ່ວມມືກັບບັນດາປະເທດສະມາຊິກ  ແລະ ບັນດາກົນໄກສິດທິມະນຸດຂອງ ສປຊ ຢ່າງມີປະສິດທິຜົນ; ສະໜັບສະໜູນບັນດາຫຼັກການພື້ນຖານກ່ຽວກັບການແຜ່ຂະຫຍາຍ, ຄວາມຍຸຕິທຳ, ພາວະວິໄສ, ບໍ່ຄັດເລືອກ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ; ມີການເຈລະຈາ ແລະ ການຮ່ວມມືຢ່າງແທດຈິງ ກໍຄືປະຕິບັດບັນດາຫຼັກການດັ່ງກ່າວ ແມ່ນແບບວິທີທີ່ມີປະສິດທິຜົນທີ່ສຸດເພື່ອຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ