ຫວຽດນາມ ເນັ້ນໜັກເຖິງເລື່ອງຢຸດຕິການຊ່ວງເສັງອາວຸດກ່ຽວກັບນິວເຄຼຍ ແລະ ຫຼຸດຜ່ອນອາວຸດນິວເຄຼຍ

(VOVWORLD) -ຫວຽດນາມສະໜັບສະໜູນບັນດາຄວາມມານະພະຍາຍາມຫຼຸດຜ່ອນ ອາວຸດນິວເຄຼຍ ຜ່ານບັນດາກົນໄກການຮ່ວມມືຫຼາຍຝ່າຍສາກົນ ແລະ ພາກພື້ນ.
ຫວຽດນາມ ເນັ້ນໜັກເຖິງເລື່ອງຢຸດຕິການຊ່ວງເສັງອາວຸດກ່ຽວກັບນິວເຄຼຍ ແລະ ຫຼຸດຜ່ອນອາວຸດນິວເຄຼຍ - ảnh 1ທ່ານ ເຢືອງຈີ໊ຢຸງ ເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ (ພາບ: TTXVN) 

ນັບແຕ່ວັນທີ 29 ກໍລະກົດ, ທີ່ສໍານັກງານ ສປຊ ຢູ່ນະຄອນ ເຊີແນວ, ປະເທດສະວິດ, ທ່ານ ເຢືອງຈີ໊ຢຸງ ເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ສືບຕໍ່ເປັນປະທານບັນດາກອງປະຊຸມຄົບຄະນະໃນຂອບເຂດຂອງ ອາຍຸການເປັນປະທານກອງປະຊຸມຫຼຸດຜ່ອນກໍາລັງອາວຸດ ແລະ ທະຫານ (CD) ປີ 2019 ຂອງຫວຽດນາມ ເຊິ່ງດໍາເນີນໃນລະຫວ່າງວັນທີ 24 – 28 ມິຖຸນາ ແລະ ແຕ່ວັນທີ 29 ກໍລະກົດ - 18 ສິງຫາ 2019. ທີ່ກອງປະຊຸມດໍາເນີນໃນວັນທີ 29 ກໍລະກົດ, ບັນດາປະເທດໄດ້ສຸມໃສ່ປຶກສາຫາລືກ່ຽວກັບຫົວຂໍ້ທີ່ວ່າ “ຢຸດຕິການຊ່ວງເສັງ ປະກອບອາວຸດກ່ຽວກັບນິວເຄຼຍ ແລະ ຫຼຸດຜ່ອນອາວຸດນິວເຄຼຍ” ເຊິ່ງແມ່ນໜຶ່ງໃນ 4 ຫົວຂໍ້ຂອງກອງປະຊຸມ. ກ່າວຄໍາເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢຸງ ຢັ້ງຢືນວ່າ ຫວຽດນາມສະໜັບສະໜູນບັນດາຄວາມມານະພະຍາຍາມຫຼຸດຜ່ອນ ອາວຸດນິວເຄຼຍ ຜ່ານບັນດາກົນໄກການຮ່ວມມືຫຼາຍຝ່າຍສາກົນ ແລະ ພາກພື້ນ.  ຫວຽດນາມ ແມ່ນປະເທດສະມາຊິກຂອງສົນທິສັນຍາສາກົນຫຼາຍຝ່າຍກ່ຽວກັບການຫຼຸດຜ່ອນອາວຸດນິວເຄຼຍທຸກສະບັບ ສະນັ້ນ, ຫວຽດນາມຮຽກຮ້ອງໃຫ້ບັນດາປະເທດທີ່ຍັງເຫຼືອ ຈົ່ງເຂົ້າຮ່ວມໂດຍໄວ ແລະ ເພີ່ມທະວີການຮ່ວມມືສາກົນ ເພື່ອຜັນຂະຫຍາຍບັນດາສົນທິສັນຍາສໍາຄັນນີ້ໃຫ້ມີປະສິດທິຜົນ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອແນໃສ່ຢຸດຕິການຊ່ວງເສັງປະກອບອາວຸດນິວເຄຼຍ ແລະຫຼຸດຜ່ອນອາວຸດນິວເຄຼຍ ຢ່າງສິ້ນເຊີງ.

        ບັນດາປະເທດເຂົ້າຮ່ວມກອງປະຊຸມ ກໍເນັ້ນໜັກວ່າ ຄວນໃຫ້ສັດຕະຍາບັນ ສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBT)   ມີຜົນສັກສິດໂດຍໄວ ແລະ ຖືນີ້ ແມ່ນບາດກ້າວເດີນທີ່ສໍາຄັນເພື່ອມຸ່ງໄປສູ່ເປົ້າໝາຍ ໂລກປອດອາວຸດນິວເຄຼຍ.


ຕອບກັບ

ຂ່າວ/ບົດ​ອື່ນ