ຫວຽດນາມ ເປັນປະທານ ການເຈລະຈາຂັ້ນສູງ ECOSOC

ຫວຽດນາມ ເປັນປະທານ ການເຈລະຈາຂັ້ນສູງ ECOSOC - ảnh 1
​ກອງ​ປະຊຸມ​ ECOSOC
(ພາບ: vietnamplus.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 24/02 (ຕາມ​ເວລາ​ທ້ອງ​ຖິ່ນ), ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ, ທີ່​ນະຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈຸ​ງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ, ​ໄດ້​ເປັນ​ປະທານການ​ເຈລະຈາ​ຂັ້ນ​ສູງ​ໃນ​ຂອບ​ເຂດ​ວາລະ​ປະຊຸມ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ຂອງສະພາ​ເສດຖະກິດ​ສັງຄົມ​ສະຫະ​ປະຊາ​ຊາດ (ECOSOC). ດ້ວຍ​ຫົວ​ຂໍ້​ທີ່​ວ່າ “ສະພາບ​ສາກົນ​ໃນ​ຂົງ​ເຂດ​ພັດທະນາ​ພວມ​ປ່ຽນ​ແປງ ​ແລະ ມີ​ຄວາມ​ໝາຍ​ສຳລັບ​ລະບົບ​ສະຫະ​ປະຊາ​ຊາດ”, ການ​ເຈລະຈາ​ຂັ້ນ​ສູງ​ມີ​ຄວາມ​ໝາຍ​ກຳນົດ​ທິດ​ໃຫ້​ບັນດາ​ກອງ​ປະຊຸມ ​ແລະ ການ​ສຳ​ມະ​ນາ​ໃນ​ກອງ​ປະຊຸມ​ຂອງ ECOSOC ​ທີ່ດຳ​ເນີນ​ໃນ 3 ວັນ ​ແຕ່​ວັນ​ທີ 24 – 26/02. ການ​ເຈລະຈາ​​ກ່ຽວ​ຂ້ອງ​ເຖິງຫົວ​ຂໍ້​ຂອງ​​ລາຍການ​ດຳ​ເນີນ​ງານ​ພັດທະນາ​ພາຍຫຼັງ​ປີ 2015, ດ້ວຍ​ຈຸດ​ສຸມ​ແມ່ນ​ພັດທະນາ​ຢ່າງ​ໝັ້ນຄົງ, ​ເຂັ້ມ​ແຂງ, ມີ​ຄວາມ​ໝາຍ ​ແລະ ສົ່ງຜົນ​ກະທົບ​ຄື​ແນວ​ໃດ​​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ຂອງ​ລະບົບ​ສະຫະ​ປະຊາ​ຊາດ...

        ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈຸ​ງ ​ໃຫ້​ຮູ້​ວ່າ, ນີ້​ເປັນ​​ເທື່ອ​ທຳ​ອິດ​ທີ່ ECOSOC ຈັດ​ຕັ້ງກອງ​ປະ​ຊຸມ​ສະ​ເພາະ​ກ່ຽວ​ກັບ​ບັນຫາ​ຮ່ວມ​ມື​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ. ຢູ່​ທີ່​ນີ້, ຜູ້ຕາງໜ້າ​ຂອງ​ອົງການ​ຮ່ວມ​ມື ​ແລະ ພັ​ດທະນາ​ເສດຖະກິດ (OECD) ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບົດຮຽນ​ທີ່​ໄດ້​ຮັບຜົນສຳ​ເລັດ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ແລະ ​ການ​ນຳ​ກອງ​ທຶນ​ຕ່າງໆ, ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ ກໍ່​ລ້ວນ​ແຕ່​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ.

        ​ໃນ​ຂະນະ​ນັ້ນ, ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ການ​ພັດທະນາ ກໍ່​ຄື​ບົດບາດ​ຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ, ທ່ານ​ນາງ Kanni Wignaraja, ຜູ້ອຳນວຍການ​ຫ້ອງການ​ປະສານ​ງານ​ຮ່ວມ​ມື​ພັດທະນາ​ສະຫະ​ປະຊາ​ຊາດ ​ຖື​ວ່າ, ຫວຽດນາມ ​ແມ່ນ​ປະ​ເທດ​ພັດທະນາ​ຢ່າງ​ວ່ອງ​ໄວ, ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຮັກສາ​ຄວາມ​ດູນດ່ຽງ ​ເພື່ອ​ແນ​ໃສ່​ຮັບປະກັນ​ວິວັດ​ການ​ພັດທະນາຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ